ຕັດສິນໃຈຮັກສາດັດຊະນີເຕີບໂຕ 6,7%

(VOVWORLD) -ວັນທີ 09 ມິຖຸນາ, ສະພາແຫ່ງຊາດສະຫງວນເວລາມື້ໜຶ່ງເພື່ອປຶກສາຫາລືຢູ່ຫໍປະຊຸມກ່ຽວກັບການຕີລາຄາເພີ່ມເຕີມໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ ແລະ ງົບປະມານຂອງລັດປີ 2016; ສະພາບການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ ແລະ ງົບປະມານຂອງລັດໃນຊຸມເດືອນຕົ້ນປີ 2017.
ຕັດສິນໃຈຮັກສາດັດຊະນີເຕີບໂຕ 6,7% - ảnh 1(ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມ)

ປຶກສາຫາລືໃນວາລະເຮັດວຽກຕອນເຊົ້າວັນທີ 09 ມິຖຸນາ, ບັນດາສະມາຊິກສະພາແຫ່ງຊາດຖືວ່າ, ໃນສະພາບສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ປ່ຽນໃໝ່ຮູບແບບການເຕີບໂຕ, ຕະຫຼາດໂລກ ແລະ ນະໂຍບາຍຂອງບັນດາປະເທດມີການຜັນແປຢ່າງແຮງ, ໜ້າທີ່ທີ່ໄດ້ວາງອອກໃຫ້ປີ 2017 ແມ່ນບັນລຸການເຕີບໂຕ GDP ໃຫ້ໄດ້ 6,7% ແລະ ໄພເງິນເຟີ້ໃຫ້ຕ່ຳກວ່າລະດັບ 4% ຕ້ອງມີບັນດາເງື່ອນໄຂ, ແຫຼ່ງກຳລັງ ແລະ ຄວາມຕັດສິນໃຈສູງເພື່ອບັນລຸໄດ້. ສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ຕີລາຄາສູງການປ່ຽນໃໝ່ຢ່າງແຮງຂອງລັດຖະບານ, ເຊິ່ງໄດ້ສ້າງການຫັນປ່ຽນຢ່າງຕັ້ງໜ້າ, ພ້ອມທັງເຫັນດີຕໍ່ບົດລາຍງານຂອງລັດຖະບານທີ່ຍືນສະເໜີທີ່ກອງປະຊຸມ ດ້ວຍບັນດາໝາກຜົນ, ດັດຊະນີພັດທະນາປະເອີບໃຈ ແລະ ຈຸດພົ້ນເດັ່ນຂອງພື້ນຖານເສດຖະກິດ.

        ຄຽງຂ້າງນັ້ນ, ມີສະມາຊິກສະພາແຫ່ງຊາດຫຼາຍທ່ານເອົາໃຈໃສ່ເຖິງການພັດທະນາອຸດສາຫະກຳ, ໂດຍສະເພາະແມ່ນອຸດສາຫະກຳຜະລິດ. ທ່ານສະມາຊິກສະພາແຫ່ງຊາດ ຟຸ່ງດຶກຕ໋ຽນ, ຄະນະແຂວງຮ່ານາມ ສະເໜີວ່າ.

        “ຄວນຕີລາຄາກ່ຽວກັບການຫຼຸດຜ່ອນຂອງຂະແໜງກົນຈັກຢ່າງເຂັ້ມງວດ, ໂດຍສະເພາະແມ່ນບັນດາຂະແໜງ, ຂົງເຂດທີ່ມີທີ່ຕັ້ງເໝາະສົມໃນໄລຍະໜຶ່ງ, ຄວນມີມາດຕະການແກ້ໄຂຢ່າງເໝາະສົມເພື່ອຊຸກຍູ້ການພັດທະນາ. ຊຸກຍູ້ກຳລັງຄວາມສາມາດຜະລິດ ແລະ ນຳໃຊ້ເຕັກໂນໂລຊີຂອງບັນດາວິສາຫະກິດ. ພິເສດແມ່ນວິສາຫະກິດທີ່ມີເຕັກໂນໂລຊີສູງ , ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ປັບປຸງໂຄງລ່າງເຕັກໂນໂລຊີ ແລະ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ເພື່ອຊຸກຍູ້ວິສາຫະກິດ FDI ລົງທຶນຖ່າຍທອດເຕັກໂນໂລຊີ, ຜັນຂະຫຍາຍການເຄື່ອນໄຫວອອກແບບ, ຜະລິດຢູ່ຫວຽດນາມ ແທນທີເພີ່ມທະວີການປະກອບເຄື່ອງອຸປະກອບນຳໃຊ້ແຮງານດ້ວຍ ໍລາຄາຖືກ”.

        ຕອນບ່າຍວັນດຽວກັນ, ບັນດາມາຊິກສະພາແຫ່ງຊາດ ສືບຕໍ່ປຶກສາຫາລືກ່ຽວກັບການຕີລາຄາເພີ່ມເຕີມໝາກຜົນການປະຕິບັດແຜນການພັດມະນາເສດຖະກິດສັງຄົມ ແລະ ງົບປະມານຂອງລັດປີ 2016; ສະພາບການປະຕິບັດແຜນການພັດທະນາເສດຖະກິດສັງຄົມ ແລະ ງົບປະມານຂອງລັດໃນຊຸມເດືອນຕົ້ນປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ