ຕີ​ລາ​ຄາ, ​ສະ​ເໜີ​ວິ​ທີ​ການ​ຂອງ​ຫວຽດ​ນາມ​ກ່ຽວ​ກັບ​ການ​ຫັນ​ຂໍ້​ມູນ​ການ​ຄ້າ​ເປັນ​ດີ​ຈີ​ຕອນ

(VOVWORLD) -   ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຫາກໍ່ມີເອກະສານຮຽກຮ້ອງໃຫ້ກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ເປັນປະທານ, ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ຕີລາຄາ, ສະເໜີວິທີການຂອງ ຫວຽດນາມ ກ່ຽວກັບການຫັນຂໍ້ມູນການຄ້າເປັນດີຈີຕອນ.
ຕີ​ລາ​ຄາ, ​ສະ​ເໜີ​ວິ​ທີ​ການ​ຂອງ​ຫວຽດ​ນາມ​ກ່ຽວ​ກັບ​ການ​ຫັນ​ຂໍ້​ມູນ​ການ​ຄ້າ​ເປັນ​ດີ​ຈີ​ຕອນ - ảnh 1 (ພາບປະກອບ: baochinhphu.vn)

        ກ່ອນໜ້ານັ້ນ, ໃນວັນທີ 5 ສິງຫາ 2020, ສື່ເອເລັກໂຕນິກ Vietnamplus ໄດ້ມີບົດຂຽນດ້ວຍຫົວທີ່ວ່າ “ຍີ່ປຸ່ນຢາກແນະນຳພື້ນຖານຫັນຂໍ້ມູນການຄ້າເປັນດີຈີຕອນຢູ່ອາຊຽນ”, ໃນນັ້ນໄດ້ຍົກອອກໃຫ້ເຫັນວ່າ: ຍີ່ປຸ່ນຄາດວ່າຈະແນະນຳພື້ນຖານດີຈີຕອນໃຫ້ບັນດາສະມາຊິກອາຊຽນເພື່ອຫັນຂໍ້ມູນແລກປ່ຽນດ້ານການຄ້າເປັນດີຈີຕອນ, ປັບປຸງລະບົບສະໜອງຢູ່ພາກພື້ນເຊິ່ງວິສາຫະກິດຍີ່ປຸ່ນຫຼາຍແຫ່ງມີໂຮງງານຜະລິດຕັ້ງຢູ່ ແລະ ຊຸກຍູ້ການພົວພັນເສດຖະກິດລະຫວ່າງສອງຝ່າຍ.


ຕອບກັບ

ຂ່າວ/ບົດ​ອື່ນ