ຕ້ອນຮັບບຸນປີໃໝ່ຢູ່ປະເທດລັດເຊຍ

ຕ້ອນຮັບບຸນປີໃໝ່ຢູ່ປະເທດລັດເຊຍ - ảnh 1

(ພາບປະກອບ)

(vovworld): ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​​ໄສ​ຢູ່​ລັດ​ເຊຍ​ ພວມພ້ອມ​ກັບ​ປະຊາຊົນ​ລັດ​ເຊຍ ຕ້ອນຮັບ​ປີ​ໃໝ່ ​ແລະ ວັນ​ບຸນ​ຄິຼດສະມາດ. ຕອນ​ຄ່ຳວັນ​ທີ 7/1, ຢູ່​ຫໍ​ປະຊຸມ​ຂອງ​ສະຖານທູດ​ຫວຽ​ດນາມ ປະຈຳລັດ​ເຊຍ, ​ໄດ້​ຈັດລາຍການ​ສະ​ແດງ​ສິລະ​ປະ​ຍ້ອງຍໍ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ, ຊົມ​ເຊີຍ​ລະດູບານ​ໃໝ່ ​ແລະ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຟ້າ​ມຊວນ​ເຊີນ ​ເອກ​ອັກ​ຄະ​ລະຖະ​ທູດ​ຫວຽດນາມ ປະ​ຈຳ​ລັດ​ເຊຍ ​ເນັ້ນໜັກ​ວ່າ:

   “ການສະ​ແດງ​ສິລະ​ປະ​ນັບ​ແຕ່​ວັນ​ທີ 5/1 ມາ​ຮອດ​ປະຈຸ​ບັນ​ໄດ້​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ນີ້​ແມ່ນ​ການ​ລະດົມ​ກຳລັງ​ໃຈ​ບັນດາ​ພາລະ​ກອນ​ສະຖານທູດ​ກໍ່​ຄື​ອົງການ​ຕາງໜ້າ​ຫວຽດນາມ ປະຈຳ​ລັດ​ເຊຍ, ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມ  ອາ​ໄສ​ຢູ່​ລັດ​ເຊຍ ​ເພື່ອ​ກ້າ​ວ​ເຂົ້າສູ່​ປີ​ໃໝ່​ດ້ວຍ​ຄວາມ​ມ່ວນ​ຊື່ນ​ໃໝ່, ມານະ​ຈິດ​ໃໝ່ ​ເພື່ອ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ​ສິ່ງ​ທ້າ​ທາຍ ​ແລ​ະ ປະຕິບັດ​ໜ້າ​ທີ່​​ໄດ້​ຮັບ​ການມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ“

ຂ່າວ/ບົດ​ອື່ນ