ຕະຫລາດ ຫວຽດນາມ ດຶງດູດບັນດາວິສາຫະກິດ ອົດສະຕາລີ

(VOVWORLD) - ຕະຫລາດ ຫວຽດນາມ ດຶງດູດບັນດາວິສາຫະກິດ ອົດສະຕາລີ ນີ້ແມ່ນຄຳຢືນຢັນຂອງຜູ້ຕ່າງໜ້າສະພາວິສາຫະກິດ ອົດສະຕາລີ - ຫວຽດນາມ 
ຕະຫລາດ ຫວຽດນາມ ດຶງດູດບັນດາວິສາຫະກິດ ອົດສະຕາລີ - ảnh 1(ພາບປະກອບ) 

ທີ່ກອງປະຊຸມວາງສະແດງການຄ້າ ແລະ ການລົງທຶນ ອົດສະຕາລີ ແລະ ຫວຽດນາມ ດຳເນີນໄປໃນຕອນບ່າຍວັນທີ 11 ມິຖຸນາ ຢູ່ ຮ່າໂນ້ຍ. ດ້ວຍວິສາຫະກິດກ່ວາ 70 ແຫ່ງທີ່ເຄື່ອນໄຫວໃນຫລາຍຂົງເຂດລວມມີ: ອະສັງຫາລິມະຊັບ, ການເງິນ, ເຕັກໂນໂລຊີສູງ, ສິ່ງແວດລ້ອມ, ກະສິກຳ ແລະ ການສຶກສາ…ຂອງຄະນະວິສາຫະກິດ ອົດສະຕາລີ ມາ ຫວຽດນາມ ເພື່ອແນໃສ່ຊອກຫາໂອກາດຮ່ວມມືກັບບັນດາຄູ່ຮ່ວມມືຂອງ ຫວຽດນາມ ກໍ່ຄືຊອກຮູ້ສະພາບແວດລ້ອມແຫ່ງການລົງທຶນ ຫວຽດນາມ. ປະຈຸບັນ, ຫວຽດນາມ ເປັນປະເທດຢືນອັນດັບທີ 2 ໃນພາກພື້ນອາຊີຕາເວັນອອກສຽງໃຕ້ກ່ຽວກັບລະດັບດຶງດູດການລົງທຶນສຳລັບວິສາຫະກິດ ອົດສະຕາລີ ຖັດຈາກ ອິນໂດເນເຊຍ. ວິສາຫະກິດ ອົດສະຕາລີ ຕີລາຄາຕະຫລາດ ຫວຽດນາມ ນັບມື້ນັບຂະຫຍັນຂັນເຄື່ອນ, ພິເສດແມ່ນ ລັດຖະບານຊຸດໃໝ່ມີນະໂຍບາຍຫລາຍຢ່າງ ເພື່ອໃຫ້ບຸລິມະສິດ ແລະ ໜູນຊ່ວຍບັນດາວິສາຫະກິດຊອກຫາກາລະໂອກາດດຳເນີນທຸລະກິດຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ