ຕຳຫຼວດປະຊາຊົນໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃນຜົນງານລວມຂອງປະເທດຊາດ

ຕຳຫຼວດປະຊາຊົນໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃນຜົນງານລວມຂອງປະເທດຊາດ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ທີ່​ວາລະ​ໄຂ​ກອງ​ປະຊຸມ​
(ພາບ: nhandan)


(vovworld) – ຕຳຫຼວດ​ປະຊາຊົນ​ໄດ້​ປະກອບສ່ວນ​ຢ່າງ​​ໃຫຍ່​ຫຼວງ​ໃນ​ຜົນ​ງານ​ລວມຂອງ​ປະ​ເທດຊາດ. ນີ້​ແມ່ນ​ຄຳ​ຢັ້ງ​ຢືນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ທີ່​ວາລະ​ໄຂ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 6, ອາຍຸ​ການ 2015 – 2020, ອົງຄະ​ນະ​ພັກ​ຕຳຫຼວດ​ສູນ​ກາງ, ​ເຊິ່ງ​ຖື​ກດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 16/10 ຢູ່​ຮ່າ​ໂນ້ຍ. ທ່ານ​ປະທານ​ປະ​ເທດ ​ເຈືອ​ງ​ເຕີນ​ຊາງ, ທ່ານໂຕ​ຮຸຍ​ເຣື໋ອ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​, ທ່ານຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ດິງ​ເທ​ຮີງ ​ແລະ ບັນດາ​ອະດີດ​ການ​ນຳ​ພັກ, ລັດ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

      ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ, ​ໃນ​ອາຍຸ​ການ​ຈະ​ມາ​ເຖິງ, ຄະ​ນະ​ພັກຕຳຫຼວດ​ສູນ​ກາງ ຕ້ອງ​ສຸມ​ໃສ່​ສ້າງ​ກຳລັງ​ຕຳຫຼວດ​ປະຊາຊົນ ​ໃຫ້​ມີ​ຄວາມຈົ່ງ​ຮັກ​ພັກດີ​ຕໍ່​ພັກ, ຕໍ່​ປະ​ເທດ​ຊາດ​; ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ມະຕິ​ຂອງ​ພັກ ​ແລະ ກົດໝາຍ​ຂອງ​ລັດ ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ປະ​ເທ​ດຊາດ, ປົກ​ປັກ​ຮັກສາ​ຄວາມ​ສະຫງົບ, ຄວາມເປັນ​ລະບຽບ​ຮຽບ​ຮ້ອຍ​​ເປັນ​ຢ່າງ​ດີ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຮຽກຮ້ອງ​ວ່າ.

      “ຕ້ອງ​ເປັນ​ເຈົ້າ​ການ, ດ້ວຍ​ບັນດາ​ມາດ​ຕະການ​ແກ້​ໄຂ​​ເພື່ອ​ກຳ​ແໜ້ນສະພາບ​ການ ​ແລະ ຍົກສູງ​ຄຸນ​ນະພາ​ບວຽກງານໄຈ້​ແຍກ, ຄາ​ດຄະ​ເນ​ສະພາບ​ການ​​ເພື່ອ​ເປັນ​ເສນາ​ທິການ​ໃຫ້​ພັກ, ລັດ ຢ່າງ​ທັນ​ການ; ບໍ່​ປະ​ໃຫ້​ຕົກ​ຢູ່​ໃນ​ທ່າ​ຮັບ, ບັງ​ເອີນ​ໃນ​ທຸກສະພາບ​ການ. ຕ້ອງ​ຢືດໝັ້ນ​ຮັບປະກັນ​ຄວາ​​ມສະ​ຫງົບ​ແຫ່ງຊາ​ດ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງສັງຄົມ. ບໍ​່ປະ​ໃຫ​້ບັນດາ​ອົງການ​ການ​ເມືອງທີ່​ເປັນ​ຝ່າຍ​ຄ້ານ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ແລະ ລົບ​ລ້າງ​ບັນດາ​ກົນອຸບາຍຂອງ​​ກຳລັງ​ທີ່​ເປັນ​ປໍ​ລະ​ປັກ ຫວັງ​ຕ້ານ​ທຳລາຍ​ຫວຽດນາມ.”

ຂ່າວ/ບົດ​ອື່ນ