ຕ່ຳ​ແຜ່ນ​ຕັດ​ຫຍິບ ຫວຽດ​ນາມ ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ເຕັກ​ໂນ​ໂລ​ຢີ​ສູງ

(VOVWORLD) - ງານວາງສະແດງສາກົນຂະແໜງຕ່ຳແຜ່ນຕັດຫຍິບ ແລະ ເຕັກໂນໂລຢີຕ່ຳແຜ່ນຕັດຫຍິບ 2025 (VIATT 2025) ໄດ້ໄຂຂຶ້ນໃນວັນທີ 26 ກຸມພາ ຢູ່ ສູນການຄ້າ ແລະ ງານວາງສະແດງ ໄຊງ່ອນ (SECC), ນະຄອນ ໂຮ່ຈີມິນ ດ້ວຍການເຂົ້າຮ່ວມຂອງວິສາຫະກິດພາຍໃນ ແລະ ຕ່າງປະເທດກວ່າ 400 ແຫ່ງ.
ຕ່ຳ​ແຜ່ນ​ຕັດ​ຫຍິບ ຫວຽດ​ນາມ ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ເຕັກ​ໂນ​ໂລ​ຢີ​ສູງ - ảnh 1ພິທີໄຂງານວາງສະແດງ (ພາບ: moit.gov.vn) 

ທີ່ພິທີໄຂ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ນາງ ຟານທິຖັງ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງສຳລັບຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ ໃນໄລຍະຈະມາເຖິງ, ນັ້ນແມ່ນ: ພັດທະນາລະບົບຜະລິດຕາມຂອບຂະໜາດໃຫຍ່, ການລົງທຶນອຸປະກອນທີ່ທັນສະໄໝ, ຫັນເປັນອັດຕະໂນມັດ, ຫັນເປັນດີຈີຕອນ, ການຜະລິດສີຂຽວ ແລະ ເປັນມິດກັບສິ່ງແວດລ້ອມ. ທ່ານນາງ ຟານທິຖັງ ກໍສົ່ງເສີມໃຫ້ບັນດາເຄື່ອງໝາຍການຄ້າໃຫຍ່ໃນໂລກຖ່າຍທອດເຕັກໂນໂລຢີ, ບົດຮຽນປະສົບການໃນການຄຸ້ມຄອງ, ເຂົ້າຮ່ວມພັດທະນາແຫຼ່ງສະໜອງວັດຖຸດິບ, ຍົກສູງມູນຄ່າເພີ່ມຂອງຜະລິດຕະພັນ, ປະກອບສ່ວນຊຸກຍູ້ຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ ພັດທະນາສີຂຽວ ແລະ ຍືນຍົງ.

ງານວາງສະແດງຈະໄດ້ດຳເນີນຮອດວັນທີ 28 ກຸມພາ ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ