ຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນເສຍສະຫຼະຊີວິດຢູ່ລາວ
(VOVWORLD) - ການເຄື່ອນໄຫວເພື່ອແນໃສ່ຫວນຄືນປະຫວັດສາດອົງອາດກ້າຫານ ແລະ ມູນເຊື້ອວິລະຊົນຂອງກອງທັບປະຊາຊົນຫວຽດນາມ; ສະແດງຄວາມຮູ້ບຸນຄຸນຕໍ່ການການເສຍສະຫຼະຊີວິດ, ການອຸທິດສ່ວນອັນຍິ່ງໃຫຍ່ຂອງຄົນລຸ້ນພໍ່ລຸ້ນອ້າຍເພື່ອເອກະລາດ, ຄວາມເສລີພາບຂອງປະເທດຊາດ.
ຄະນະຜູ້ແທນຖະຫວາຍທູບສະແດງຄວາມຮູ້ບຸນຄຸນ (ພາບ: TTXVN) |
ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ, ຕອນເຊົ້າວັນທີ 21 ທັນວາ, ຄະນະຜູ້ແທນສະຖານທູດ ຫວຽດນາມ ປະຈຳ ລາວ ໂດຍທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ນຳໜ້າ ໄດ້ຈັດພິທີຈຸດທູບໃຕ້ທຽນ, ຖະຫວາຍດອກໄມ້ສະແດງຄວາມຮູ້ບຸນຄຸນ, ອາໄລຫາບັນດານັກຮົບວິລະຊົນເສຍສະຫຼະຊີວິດ ຫວຽດນາມ ແລະ ລາວ ຢູ່ເຂດຮ່ອງຮອບ ສຳພັນສູ້ຮົບ ລາວ ຫວຽດນາມ ຢູ່ ບ້ານເກີນ, ແຂວງວຽງຈັນ. ການເຄື່ອນໄຫວເພື່ອແນໃສ່ຫວນຄືນປະຫວັດສາດອົງອາດກ້າຫານ ແລະ ມູນເຊື້ອວິລະຊົນຂອງກອງທັບປະຊາຊົນຫວຽດນາມ; ສະແດງຄວາມຮູ້ບຸນຄຸນຕໍ່ການການເສຍສະຫຼະຊີວິດ, ການອຸທິດສ່ວນອັນຍິ່ງໃຫຍ່ຂອງຄົນລຸ້ນພໍ່ລຸ້ນອ້າຍເພື່ອເອກະລາດ, ຄວາມເສລີພາບຂອງປະເທດຊາດ; ພ້ອມທັງສະແດງຄວາມຕັດສິນໃຈ ແລະ ຄວາມຮັບຜິດຊອບໃນພາລະກິດແຫ່ງການກໍ່ສ້າງ, ປົກປັກຮັກສາປະເທດຊາດ, ປະກອບສ່ວນເພີ່ມພູນຄູນສ້າງ, ເຮັດໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫູ້ນສວ່ນຍຸດທະສາດລະຫວ່າງສອງປະເທດ ຫວຽດນາມ ລາວ ເລິກເຊິ່ງກວ່າອີກ.