ພິ​ທີ​ອັດ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ – ​ເຫ້ວ 2025

(VOVWORLD) - ໃນປີທ່ອງທ່ຽວແຫ່ງຊາດ ເຫ້ວ 2025, ມີກິດຈະກຳ, ວັນບຸນລະດັບຊາດ ແລະ ທ້ອງຖິ່ນກ່ວາ 170  ຢ່າງໄດ້ຈັດຂຶ້ນໃນທົ່ວປະເທດ, ດຶງດູດນັກທ່ອງທ່ຽວພາຍໃນປະເທດ ແລະ ສາກົນກ່ວາ 6,3 ລ້ານເທື່ອຄົນ. 
ພິ​ທີ​ອັດ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ – ​ເຫ້ວ 2025 - ảnh 1ລາຍການສະແດງສິລະປະ ຢູ່ພິທີ (ພາບ: VOV)

ພິທີອັດປີທ່ອງທ່ຽວແຫ່ງຊາດ  – ເຫ້ວ2025  ດ້ວຍຫົວຂໍ້: “ກຸງເກົ່າ  – ກາລະໂອກາດໃໝ່” ໄດ້ດຳເນີນໃນຕອນຄ່ຳວັນທີ 20 ທັນວາ, ຢູ່ສະໜາມຫຼວງ ເງະໂມນ, ເຫ້ວ. ໃນປີທ່ອງທ່ຽວແຫ່ງຊາດ ເຫ້ວ 2025, ມີກິດຈະກຳ, ວັນບຸນລະດັບຊາດ ແລະ ທ້ອງຖິ່ນກ່ວາ 170  ຢ່າງໄດ້ຈັດຂຶ້ນໃນທົ່ວປະເທດ, ດຶງດູດນັກທ່ອງທ່ຽວພາຍໃນປະເທດ ແລະ ສາກົນກ່ວາ 6,3 ລ້ານເທື່ອຄົນ. ບົນບັນດາໝາກຜົນທີ່ບັນລຸໄດ້, ເຫ້ວ ຈະສືບຕໍ່ຜັນຂະຫຍາຍຍຸດທະຊາດພັດທະນານະຄອນມໍລະດົກອັດສະລິຍະ, ສີຂຽວ ແລະ ຍືນຍົງ ດ້ວຍຈຸດສຸມແມ່ນຍົກສູງຄຸນນະພາບຜະລິດຕະພັນການທ່ອງທ່ຽວ, ຕິດພັນກັບຄຸນຄ່າມໍລະດົກ ແລະ ສີສັນວັດທະນະທຳເຫ້ວ, ຍູ້ແຮງການຫັນປ່ຽນດີຈີຕອນ ແລະ ການສົ່ງເສີມ, ໂຄສະນາການທ່ອງທ່ຽວສາກົນ, ເພີ່ມທະວີການຮ່ວມມືພາກລັດ ເອກະຊົນໃນການລົງທຶນກໍ່ສ້າງພື້ນຖານໂຄງລ່າງ ແລະ ການບໍລິການທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ