ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເຈິ່ນແທັງເໝິນ ໃຫ້ຮູ້ວ່າ ຊຸມປີຜ່ານມາ, ການຈັດຕັ້ງການຕຳໜິຕິຊົມຕາມແຕ່ລະກຸ່ມ, ສົມທົບກັບການປະກອບຄຳເຫັນລວມ ບັນລຸປະສິດທິຜົນສູງ.
ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ - ảnh 1ທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດເປັນປະທານກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 21 ທັນວາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິ້ນ ເລຂາຄະນະພັກ, ປະທານສະພາແຫ່ງຊາດ ໄດ້ເປັນປະທານກອງປະຊຸມຕຳໜິຕິຊົມ, ຕີລາຄາ, ຈັດອັນດັບຄຸນນະພາບໝູ່ຄະນະ ແລະ ສ່ວນບຸກຄົນຄະນະປະຈຳອົງຄະນະພັກສະພາແຫ່ງຊາດ ປີ 2025. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເຈິ່ນແທັງເໝິນ ໃຫ້ຮູ້ວ່າ ຊຸມປີຜ່ານມາ, ການຈັດຕັ້ງການຕຳໜິຕິຊົມຕາມແຕ່ລະກຸ່ມ, ສົມທົບກັບການປະກອບຄຳເຫັນລວມ ບັນລຸປະສິດທິຜົນສູງ. ບົນພື້ນຖານນັ້ນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ສະເໜີຕໍ່ສືບຕໍ່ເສີມຂະຫຍາຍວິທີການນີ້ຢູ່ກອງປະຊຸມຄັ້ງນີ້. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ເນັ້ນໜັກວ່າ, ບົນພື້ນຖານບັນດາຄຳເຫັນຢູ່ກອງປະຊຸມຕ້ອງສືບຕໍ່ບັນດາດ້ານດີ, ບັນດາຂໍ້ຈຳກັດ, ຂໍ້ຄົງຄ້າງຈະຖອດຖອນບົນຮຽນປະສົບການຢ່າງເຂັ້ມງວດເພື່ອແກ້ໄຂໃຫ້ເປັນຢ່າງດີໃນປີ 2026.

ຕອບກັບ

ຂ່າວ/ບົດ​ອື່ນ