ອ​ຽນ​ຕື - ຫວິງ​ງຽມ - ໂກນ​ເຊີນ, ກ​ຽບ​ບາກ ​ຮັບ​ໃບ​ຢັ້ງ​ຢືນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ໄດ້ຍົກອອກບັນດາຄຳໝັ້ນສັນຍາເພື່ອແນໃສ່ປົກປ້ອງຄຸນຄ່າພົ້ນເດັ່ນທົ່ວໂລກ ຂອງມໍລະດົກກ່ຽວກັບ ລັກສະນະຄົບຖ້ວນ ແລະ ຖືກຕ້ອງຂອງມໍລະດົກຕາມບັນດາມາດຖານ ແລະ ຂໍ້ສະເໜີຂອງ UNESCO
ອ​ຽນ​ຕື  - ຫວິງ​ງຽມ  - ໂກນ​ເຊີນ, ກ​ຽບ​ບາກ ​ຮັບ​ໃບ​ຢັ້ງ​ຢືນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ - ảnh 1ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ກ່າວຄຳເຫັນທີ່ ພິທີ (ພາບ: VOV)

ຕອນຄ່ຳວັນທີ 20 ທັນວາ, ຢູ່ເຂດມໍລະດົກ ແລະ ເຂດປູຊະນີຍະສະຖານອຽນຕື, ຄະນະກຳມະການປະຊາຊົນແຂວງ ກວ໋າງນິງ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຫ໋າຍຝ່ອງ ແລະ ຄະນະກຳມະການປະຊາຊົນແຂວງ ບັກນິງ ຈັດພິທີຕ້ອນຮັບໃບປະກາດ UNESCO ເຊິ່ງຢັ້ງຢືນເຂດມໍລະດົກ ແລະ ເຂດປູຊະນີຍະສະຖານ ອຽນຕື  - ຫວິງງຽມ  - ໂກນເຊີນ, ກຽບບາກ ແມ່ນມໍລະດົກວັດທະນະທຳຂອງໂລກ. ກ່າວຄຳເຫັນທີ່ພິທີ, ໂດຍຕາງໜ້າລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ໄດ້ຍົກອອກບັນດາຄຳໝັ້ນສັນຍາເພື່ອແນໃສ່ປົກປ້ອງຄຸນຄ່າພົ້ນເດັ່ນທົ່ວໂລກ ຂອງມໍລະດົກກ່ຽວກັບ ລັກສະນະຄົບຖ້ວນ ແລະ ຖືກຕ້ອງຂອງມໍລະດົກຕາມບັນດາມາດຖານ ແລະ ຂໍ້ສະເໜີຂອງ UNESCO, ການຄຸ້ມຄອງສັງລວມ, ລະຫວ່າງຂະແໜງ, ຮັບປະກັນຄວາມກົມກຽວລະຫວ່າງການອະນຸລັກຮັກສາມໍລະດົກ, ປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາເສດຖະກິດ ສັງຄົມແບບຍືນຍົງ…

ຕອບກັບ

ຂ່າວ/ບົດ​ອື່ນ