ຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດສະໄໝລາດຊະວົງ Ly

( vovworld ) –  ວັນທີ 23/3, ຢູ່ ວິຫານ Do, ​ເທດສະບານ​ມື​ອງ Tu Son, ​ແຂວງ Bac Ninh, ທ່ານ To Huy Rua, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງສູນ​ກາງ ພ້ອມ​ກັບ​ບັນດາ​ການ​ນຳ​ແຂວງ Bac Ninh ພ້ອມ​ກັນ​ຈັດ​ພິທີ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນດາເຈົ້າ​ຊີວິດສະ​ໄໝ​ລາດ​ຊະ​ວົງ Ly. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເຊິ່ງນອນ​ໃນ​ລາຍການ​ສັງ​ລວມສະ​ເຫຼີ​ມສະຫຼອງ 15 ປີ ​ແຫ່​ງວັນ​ສ້າງ​ຕັ້ງ​​ແຂວງ Bac Ninh ​ເພື່ອ​ແນ​ໃສ່​ສະ​ແດງ​ອາລົມ​ຈິດ,​ ສິນ​ທຳກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ​ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳທີ່​ມີ​ຕໍ່​ລຸ້ນກ່ອນ ​ເຊິ່ງ​ໄດ້ມີ​ຜົນງານ​ໃນ​ການ​ສ້າງ​ສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຄະນະ​ຜູ້​ແທນ​ຖະຫວາຍ​ທູບ​ທຽນກໍ​ສະ​ແດງ​​ແນວ​ຄິດຈິດ​ໃຈ​ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ, ຄວາມ​ເກັ່າກາສາ​ມາດ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອະລິຍະ​ທຳນັບ​ພັນໆ​ປີ.

ຂ່າວ/ບົດ​ອື່ນ