ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ອັງ​ໂກ​ລາ

(VOVWORLD) -  ວັນທີ 08 ສິງຫາ, ຫວຽດນາມ ແລະ ອັງໂກລາ ໄດ້ອອກຖະແຫຼງການຮ່ວມ ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ອັງໂກລາ ແຕ່ວັນທີ 06 – 08 ສິງຫາ 2025 ຂອງທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ແລະ ພັນລະຍາ ຕາມຄຳເຊື້ອເຊີນຂອງທ່ານ João Manuel Gonçalves Lourenço ປະທານາທິບໍດີ ອັງໂກລາ ແລະ ພັນລະຍາ.
ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ອັງ​ໂກ​ລາ - ảnh 1ທ່ານ ເລືອງເກືອງ ປະທານປະທເດ ຫວຽດນາມ ແລະ ທ່ານ João Manuel Gonçalves Lourenço ປະທານາທິບໍດີ ອັງໂກລາ 

ຖະແຫຼງການຮ່ວມໃຫ້ຮູ້ວ່າ ໃນການຢ້ຽມຢາມ, ທ່ານ ເລືອງເກືອງ ໄດ້ພົບປະກັບທ່ານ João Manuel Gonçalves Lourenço ປະທານາທິບໍດີ ອັງໂກລາ; ທ່ານນາງ Carolina Cerqueira ປະທານສະພາແຫ່ງຊາດ ແລະ ກ່າວຄຳປາໄສນະໂຍບາຍຢູ່ວາລະປະຊຸມຄົບຄະນະພິເສດຂອງສະພາແຫ່ງຊາດ ອັງໂກລາ. ທ່ານ ເລື່ອງເກື່ອງ ກໍໄດ້ວາງພວງມາລາຢູ່ເສັ້ນທາງຫຼວງ ໂຮ່ຈີມິນ ແລະ ອະນຸສາວະລີນັກຮົບນິລະນາມ ອັງໂກລາ; ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອັງໂກລາ; ຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານ ອັງໂກລາ ຢູ່ນະຄອນຫຼວງ Luanda.

        ຖະແຫຼງການຮ່ວມກໍໄດ້ຊີ້ແຈ້ງວ່າ ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການເຈລະຈາ, ມຸ່ງໄປເຖິງການລົງນາມໃນເອກະສານຮ່ວມມືສຳຄັນຫຼາຍສະບັບ; ສອງຝ່າຍແບ່ງປັນທັດສະນະກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເພີ່ມທະວີການສົມທົບ, ສະໜັບສະໜູນຫຼັກໝັ້ນຂອງກັນໃນບັນຫາພາກພື້ນ ແລະ ສາກົນ, ປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ແຕ່ລະພາກພື້ນ ແລະ ໃນໂລກ. ສອງຝ່າຍໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກເພື່ອໃຫ້ພົນລະເມືອງສອງປະເທດດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ປະເທດຂອງກັນ.

ຫວຽດເກື່ອງ

ຕອບກັບ

ຂ່າວ/ບົດ​ອື່ນ