ຖ້ຽວ​ບິນ​ທຳ​ອິດ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ ຈາກ ຢູ​ແກຼນ ກັບ​ຄືນ​ປະ​ເທດ ຄາດ​ວ່າ​ຈະ​ທາ​ຮອດ ຫວຽດ​ນາມ ໃນ​ຕອນ​ບ່າຍ​ວັນ​ທີ 8 ມີ​ນາ 2022

(VOVWORLD) -ກະຊວງການຕ່າງປະເທດ ຫວຽດນາມ ໄດ້ເປັນເຈົ້າພາບສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສືບຕໍ່ຜັນຂະຫຍາຍວຽກງານຍົກຍ້າຍຊາວ ຫວຽດນາມ ແລະ ສະມາຊິກຄອບຄົວຊາວ ຫວຽດນາມ ອາໄສຢູ່ ຢູແກຼນ ໄປຢູ່ບ່ອນທີ່ປອດໄພ, ອາດຈະສົ່ງໄປຍັງປະເທດບ້ານໃກ້ເຮືອນຄຽງ ແລະ ສົ່ງກັບຄືນປະເທດ ໂດຍອີງຕາມສະພາບການ ແລະ ຄວາມສາມາດຕອບສະໜອງ.

ໂດຍປະຕິບັດແຜນນະໂຍບາຍຂອງລັດຖະບານກ່ຽວກັບການຈັດຖ້ຽວບິນສົ່ງຊາວ ຫວຽດນາມ ແລະ ສະມາຊິກຄອບຄົວຫວຽດນາມ ຢູ່ ຢູແກຼຍກັບຄືນປະເທດໃນສະພາບການເກີດສົ່ງຄາມຢູ່ ຢູແກຼນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບອົງການທີ່ມີໜ້າທີ່ຮັບຜິດຊອບ ຄາດວ່າຈະຈັດສອງຖ້ຽວບິນ ເພື່ອສົ່ງພົນລະເມືອງກັບຄືນປະເທດ, ລະອຽດດັ່ງນີ້:

ວັນທີ 7 ມີນາ 2022: ຄາດວ່າ ຖ້ຽວບິນໝາຍເລກ VN88 ຂອງບໍລິສັດການບິນແຫ່ງຊາດ ຫວຽດນາມ Vietnam Airlines ຈະສົ່ງພົນລະເມືອງ 283 ຄົນ ຈາກ Bucharest, ຣູມານີ ແລະ ຈະມາຮອດສະໜາມບິນສາກົນ ໂນ້ຍບາຍ (ຮ່າໂນ້ຍ) ໃນຕອນທ່ຽງວັນທີ 8 ມີນາ 2022.

     ຄາດວ່າ ວັນທີ 9 ມີນາ 2022, ຖ້ຽວບິນໝາຍເລກ QH9066 ຂອງ Bamboo Airways ຈະສົ່ງພົນລະເມືອງ 270 ຄົນ ຈາກ Warsaw (ໂປໂລຍ) ແລະ ຈະມາຮອດສະໜາບິນສາກົນໂນ້ຍບາຍໃນຕອນເຊົ້າວັນທີ 10 ມີນາ 2022.

     ຜູ້ໂດຍສານຫວຽດນາມໃນ 2 ຖ້ຽວບິນດັ່ງກ່າວຈະໄດ້ຮັບການກວດວິໄຈຫາເຊື້ອໂຄວິດ - 29 ພາຍຫຼັງມາຮອດຫວຽດນາມ, ຫຼັງຈາກນັ້ນ ອົງການທີ່ມີໜ້າທີ່ຮັບຜິດຊອບ ຈະແນະນຳປະຕິບັດບັນດາມາດຕະການແຍກຫ່າງສາທາລະນະສຸກ.

     ກະຊວງການຕ່າງປະເທດ ຫວຽດນາມ ໄດ້ເປັນເຈົ້າພາບສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສືບຕໍ່ຜັນຂະຫຍາຍວຽກງານຍົກຍ້າຍຊາວ ຫວຽດນາມ ແລະ ສະມາຊິກຄອບຄົວຊາວ ຫວຽດນາມ ອາໄສຢູ່ ຢູແກຼນ ໄປຢູ່ບ່ອນທີ່ປອດໄພ, ອາດຈະສົ່ງໄປຍັງປະເທດບ້ານໃກ້ເຮືອນຄຽງ ແລະ ສົ່ງກັບຄືນປະເທດ ໂດຍອີງຕາມສະພາບການ ແລະ ຄວາມສາມາດຕອບສະໜອງ.

ຕອບກັບ

ຂ່າວ/ບົດ​ອື່ນ