ທິມ​ບານ​ເຕະ​ຍິງ ຫວຽດ​ນາມ ຮັກ​ສາ​ອັນ​ດັບ​ແຖວ​ໜ້າ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) -  ດ້ວຍ 161,3 ຄະແນນ, ທິມບານເຕຍິງ ຫວຽດນາມ ສືບຕໍ່ຮັກສາອັນດັບທີ 37 ໃນໂລກ ແລະ ອັນດັບ 1 ອາຊີຕາເວັນອອກສ່ຽງໃຕ້. 
ທິມ​ບານ​ເຕະ​ຍິງ ຫວຽດ​ນາມ ຮັກ​ສາ​ອັນ​ດັບ​ແຖວ​ໜ້າ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1 (ພາບ: AFC)

ວັນທີ 15 ມີນາ, ສະຫະພັນບານເຕະໂລກ (FIFA) ປະກາດຕາຕະລາງຈັດອັນດັບຫຼ້າສຸດ ສຳລັບບັນດາທິມບານເຕະຍິງໃນໂລກ. ຕາມນັ້ນແລ້ວ, ດ້ວຍ 161,3 ຄະແນນ, ທິມບານເຕຍິງ ຫວຽດນາມ ສືບຕໍ່ຮັກສາອັນດັບທີ 37 ໃນໂລກ ແລະ ອັນດັບ 1 ອາຊີຕາເວັນອອກສ່ຽງໃຕ້, ຖັດຈາກນັ້ນ ແມ່ນທິມບານເຕະຍິງ ຟີລິບປິນ (ອັນດັບທີ 39), ໄທ (ອັນດັບ 47), ມຽນມາ (ອັນດັບທີ 54) ແລະ ລາວ (ອັນດັບທີ 93).

        ໃນພາກພື້ນ ອາຊີ, ທິມບານເຕະຍິງ ຫວຽດນາມ ຢືນອັນດັບທີ 6, ຮອງຈາກທິມ ຍິ່ປຸ່ນ (ອັນດັບທີ 7), ສປປ.ເກົາຫຼີ (ອັນດັບທີ 11), ອົດສະຕາລີ (ອັນດັບທີ 12), ຈີນ (ອັນດັບທີ 19) ແລະ ສ.ເກົາຫຼີ (ອັນດັບທີ 20).

ຕອບກັບ

ຂ່າວ/ບົດ​ອື່ນ