ທົ່ວປວງຊົນສາມັກຄີກໍ່ສ້າງຊີວິດວັດທະນະທຳຢູ່ເຂດຊຸມຊົນ

ທົ່ວປວງຊົນສາມັກຄີກໍ່ສ້າງຊີວິດວັດທະນະທຳຢູ່ເຂດຊຸມຊົນ - ảnh 1
ທ່ານ ຫວູ​ວັນ​ນີງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ
(ພາບ: VGP/Thành Chung)

(vovworld) – ຕອນ​ບ່າຍ​ວັນ​ທີ 16/11, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫວູ​ວັນ​ນີງ, ເຂົ້າ​ຮ່ວມ​ງານ​ບຸນ​​ມະ​ຫາສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊຸມ​ຊົນ​ເລກ​ທີ 3, 4A, 4B ຖະ​ໜົນ ຫຼີ໋​ນາມ​ເດ໋, ​ຕາ​ແສງ ເກື໋ອ​ດົງ, ເມືອງ​ຮ່​ວານ​ກ໋ຽມ, ຮ່າ​ໂນ້ຍ. ໂດຍ​ປະ​ຕິ​ບັດ​ບັ້ນ​ຂົນ​ຂວາຍ “ທົ່ວ​ປວງ​ຊົນສາ​ມັກ​ຄີກັນກໍ່​ສ້າງ​ຊີ​ວິດ​ວັດ​ທະ​ນະ​ທຳ​ຢູ່​ເຂດ​ຊຸມຊົນ”, ໃນ​ປ​ີ 2014,​ 3 ເຂດ​ຊຸມ​ຊົນດັ່ງ​ກ່າວໄດ້​ຕັ້ງ​ໜ້າເຂົ້າ​ຮ່ວມ​ ແລະ ປະ​ຕິ​ບັດ​ແນວ​ທາງ​ຂອງ​ພັກ, ກົດ​ໝາຍ​ຂອງ​ລັດ, ຮັກ​ສາ​ຄວາມ​ສະ​ຫງົບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ​ເປັນ​ຢ່າງ​ດີ. ເມື່ອ​ໂອ້​ລົ​ມ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ທີ່ນີ້, ທ່ານ ຫວູ​ວັນ​ນີງ ຫວັງ​ວ່າ: ພໍ່ແມ່​ປະ​ຊາ​ຊົນ​ເສີມ​ຂະ​ຫຍາຍ​ບັນ​ດາ​ຜົງານ​ທີ່​ບັນ​ລຸ​ໄດ້​ໃນ​ປີ 2014, ສືບ​ຕໍ່​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ກໍ່​ສ້າງ​ເຂດ​ຊຸມ​ຊົນ​ໝັ້​ນ​ຄົງ​ເຂັ້ມ​ແຂງ, ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ກາ​ນ​ເມືອງ, ຄວາມ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ, ສາ​ມັກ​ຄີ, ຊ່ວຍ​ເຫຼືອ​ກັນ​ໃນ​ຊີ​ວິດ. ທ່າ​ນ​​ຮ​ອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຖື​ວ່າ:

        “ຜ່ານນີ້ພວກ​ຂ້າ​ພະ​ເຈົ້າ​ກໍ່​ຮ່ຳ​ຮຽນ​ເອົາ​ບົດ​ຮຽນ​ໄດ້ຫຼາຍ​ຢ່າງ​ເພື່ອ​ໃຫ້​ຄອບ​ຄົວ ແລະ ຕົນ​ເອງ​ພະ​ຍາ​ຍາມ​ສູ້​ຊົນ​​ທັງ​ເຮັດ​ວຽກ​ບ້ານ​ການ​ເຮືອນ​ເປັນ​ຢ່າງດ​ີ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ດ້ວຍ​ມູນ​ເຊື້ອ ແລະ ຜົນ​ງານ​ທີ່​ບັນ​ລຸ​ໄດ້​ນັ້ນ, ​ປະ​ຊາ​ຊົນແຕ່​ລະ​ຄົນ​ຢູ່​ເຂດ​ຊຸມ​ຊົນ​ສືບ​ຕໍ່​ສາ​ມັກ​ຄີ​​ກັນຮ່ວມ​ແຮງ​ຮ່ວມ​ໃຈ, ພ້ອມ​ກັບ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖີ່ນ​ສືບ​ຕໍ່​ປະ​ຕິ​ບັດ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​​ຕາ​ແສງ, ເມືອງ, ນະ​ຄອນ, ຮັບ​ປະ​ກັນ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ແກ້​ໄຂ​​ຊີ​ວິດສັງ​ຄົມ​ເປັນ​ຢ່າງ​ດີ”

        ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ໄດ້​ມອບ​ຂອງ​ຂວັນ​​ໃຫ້ບັນ​ດາ​ຄອບ​ຄົວ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ​ທີ່​ໄດ​້ມາ​ນະ​ພະ​ຍາ​ຍາມ​​ບື່ນ​ຕົວ​ຂຶ້ນໃນ​ຊີ​ວິດ​ການ​ເປັນ​ຢູ່​ຢູ່ 3 ເຂດ​ຊຸມ​ຊົນ​ດັ່ງ​ກ່າວ.

 


ຂ່າວ/ບົດ​ອື່ນ