ທະນາຄານແຫ່ງລັດ ຫວຽດນາມ ດັດປັບອັດຕາແລກປ່ຽນອັດຕາເງິນຕາ USD/VND ຂຶ້ນ 5%

(VOVWORLD) -ທະນາຄານແຫ່ງລັດ ຫວຽດນາມ ໄດ້ເປັນເຈົ້າການແຊກແຊງ ເພື່ອຮັກສາການເຄື່ອນໄຫວໃຫ້ເປັນປົກກະຕິ, ລຸລ່ວງຂອງຕະຫຼາດເງິນຕາ, ເງິນຕາຕ່າງປະເທດ.
ທະນາຄານແຫ່ງລັດ ຫວຽດນາມ ດັດປັບອັດຕາແລກປ່ຽນອັດຕາເງິນຕາ USD/VND ຂຶ້ນ 5% - ảnh 1(ພາບປະກອບ: tuoitre.vn)

        ວັນທີ 17 ຕຸລາ, ທະນາຄານແຫ່ງລັດ ຫວຽດນາມ ຄົກລົງດັດປັບອັດຕາແລກປ່ຽນເງິນຕາຕ່າງປະເທດ ໂດລາສະຫະລັດ (USD)/ ສະກຸນເງິນດົ່ງ ຫວຽດນາມ (VND) ຈາກລະດັບ ±3% ຂຶ້ນ ±5%; ມີຜົນສັກສິດແຕ່ວັນທີ 17 ຕຸລາ. ຕາມທະນາຄານແຫ່ງລັດ ຫວຽດນາມ ແລ້ວ, ນັບແຕ່ຕົ້ນປີ 2022 ມາຮອດປະຈຸບັນ, ກົມສະສົມເງິນຕາສະຫະລັດ ອາເມລິກາ (Fed) ແລະ ທະນາຄານສູນກາງໃຫຍ່ຫຼາຍແຫ່ງໄດ້ຍູ້ແຮງຂັ້ນຕອນການຮັດແໜ້ນນະໂຍບາຍເງິນຕາ, ເພີ່ມອັດຕາດອກເບ້ຍບໍລິຫານ, ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໄດ້ເຮັດໃຫ້ລະບົບສະໜອງທົ່ວໂລກສືບຕໍ່ຖືກຂາດວັກຂາດຕອນ, ລາຄານ້ຳມັນ ແລະ ສິນຄ້າເພີ່ມຂຶ້ນສູງ, ໄຟເງິນເຟີ້ເກີດຂຶ້ນຢູ່ຫຼາຍພື້ນຖານເສດຖະກິດ ໂດຍລື່ນກາຍລະດັບຄວບຄຸມໄດ້… ເຊິ່ງກໍ່ຄວາມປ່ຽນແປງຢ່າງໃຫຍ່ຫຼວງໃນຕະຫຼາດສາກົນ ແລະ ພາຍໃນປະເທດ. ຕໍ່ໜ້າສະພາບການນັ້ນ, ທະນາຄານແຫ່ງລັດ ຫວຽດນາມ ໄດ້ເປັນເຈົ້າການແຊກແຊງ ເພື່ອຮັກສາການເຄື່ອນໄຫວໃຫ້ເປັນປົກກະຕິ, ລຸລ່ວງຂອງຕະຫຼາດເງິນຕາ, ເງິນຕາຕ່າງປະເທດ. ຜ່ານນັ້ນ, ກໍ່ປະກອບສ່ວນຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ໜູນຊ່ວຍການປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກທີ່ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ