ທະວີຄູນໂຄງການນຳ ນັກປັນຍາຊົນໜຸ່ມ ເຂົ້າຮ່ວມການຄຸ້ມຄອງ ບັນດຕາແສງທຸກຍາກ

ທະວີຄູນໂຄງການນຳ ນັກປັນຍາຊົນໜຸ່ມ ເຂົ້າຮ່ວມການຄຸ້ມຄອງ ບັນດຕາແສງທຸກຍາກ - ảnh 1
ທ່ານຫງວຽນ​ເຕີນ​ຢຸງກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ

(ພາບ:hanoimoi.com.vn)

(vovworld)- ຕອນ​​ເຊົ້າວັນ​ທີ 26/6, ຢູ່​ຮ່າ​ໂນ້ຍ, ກະຊວງ​ພາຍ​ໃນ​ໄດ້​ຈັດ​ກອງ​ປະຊຸມ​ສະຫລຸບ​ໂຄງການ​ທົດ​ລອງ​ຄັດ​ເລືອກ​ນັກ​ປັນຍາ​ຊົນ​ໜຸ່ມ, ດີ​ເດັ່ນ, ຈົບ​ຈາກ​ມະຫາວິທະຍາ​ໄລ 600 ຄົນ ​​ເປັນ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ຂຶ້ນ​ກັບ 63 ​ເມືອງ​ທຸກ​ຍາກ. ພາຍຫລັງ​ເຮັດວຽກ​ມາ​ເປັນ​ເວລາ 1 ປີ, ບັນດາຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງໜຸ່ມ​ລ້ວນ​ແຕ່​ປະຕິບັດ​ໜ້າ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ສຳ​ເລັດ. ຫລາຍ​ຄຳ​ເຫັນ​, ຂໍ້​ສະ​ເໜີ​ຂອງ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ນຳ​ໃຊ້​ໃນ​ຕົວ​ຈິງ, ​ໄດ້​ຮັບ​ການ​ສະ​ໜັບສະ​ໜູນ, ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະຊາຊົນ, ປະກອບສ່ວນ​ຍູ້​ແຮງ​ການ​ຜະລິດ, ຍົກ​ສູງ​ຊີວິດ​ວັດທະນະທຳ, ຈິດ​ໃຈ​ຂອງ​ປະຊາຊົນ, ​ໂດຍ​ສະ​ເພາະ​ແມ່ນ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຂດ​ພູດ​ອຍ, ​ເຂດ​ຫ່າງ​ໄກ​ສອກຫລີກ.

ທະວີຄູນໂຄງການນຳ ນັກປັນຍາຊົນໜຸ່ມ ເຂົ້າຮ່ວມການຄຸ້ມຄອງ ບັນດຕາແສງທຸກຍາກ - ảnh 2

ນັກ​ປັນຍາ​ຊົນ​ໜຸ່ມ​ແລກປ່ຽນ​ກັບ​ປະຊາຊົນ

(ພາບ:doanthanhnien.vn)

   ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ເນັ້ນໜັກ​ວ່າ:

   “ຂ້າພະ​ເຈົ້າ​ແບ່ງປັນ​ຄວາມ​ຫຍຸ້ງຍາກ ​ແລະ ຊົມ​ເຊີຍຈິດ​ໃຈ​ຫ້າວຫັນ, ສຸດ​ອົກ​ສຸດ​ໃຈ​ຂອງ​ບັນດາ​ພະນັກງານ​ໜຸ່ມ ​ເມື່ອ​ໄດ້​ຮັບ​ໜ້າ​ທີ່ຢູ່​ບ່ອນ​ທີ່​ທຸກ​ຍາກ​ລຳບາກ. ​ເມື່ອ​ເປັນ​ພະນັກງານ​ຕາ​ແສງ, ຕ້ອງ​ກຳ​ແໜ້ນ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖິ່ນ, ຕ້ອງ​ຄົ້ນຄ້ວາ​ບັນດາ​ນະ​ໂຍບາຍ​ຂອງ​ພັກ, ລັດ​ກ່ຽວ​ກັບ​ຂົງ​ເຂດ​ທີ່​ຕົນ​ຮັບຜິດຊອບ, ຈາກ​ນັ້ນຍົກ​ສູງ​ຄວາມ​ຮັບຜິດຊອບ, ມີ​ຫົວຄິດ​ປະດິດ​ສ້າງ, ຂະຫຍັນ​ຂັນ​ເຄື່ອນ​​ໃນ​ການ​ປະຕິບັດ​ງານ ​ແລະ ຍົກ​ອອກ​ຂໍ້ສະ​ເໜີ, ຄຳ​ເຫັນ​ເພື່ອ​ປະຕິບັດ​ວຽກ​ງານ​ໃຫ້​ສຳ​ເລັດ. ທີ​ສອງ​ແມ່ນ​ບັນດາ​ພະນັກງານ​ໜຸ່ມ​ຕ້ອງ​ມີ​ຄວາມ​ຖະໜອມ​ຖ່ອມຕົວ, ຕິດ​ພັນ​ກັບ​ໝູ່​ຄະນະ, ກັບ​ປະຊາຊົນ, ຮັບ​ຟັງຄຳ​ເຫັນ​ຂອງ​ປະຊາຊົນ​ເພື່ອ​ຍົກ​ອອກ​ຂໍ້​ສະ​ເໜີ, ບັນດາ​ວຽກ​ງານ​ລະອຽດ, ​ແທດ​ຈິງ

ຂ່າວ/ບົດ​ອື່ນ