ທ່າກຳປັ່ນ ຕຽນຊາ ຕ້ອນຮັບກຳປັ່ນຂົນສົ່ງຄອນເທນເນີລຳທຳອິດທີ່ສົ່ງສິນຄ້າໄປຍັງເຂດຝັ່ງຕາເວັນຕົກ ອາເມລິກາ

(VOVWORLD) - ກຳປັ່ນໄດ້ສົ່ງ 480 ກວ່າຕູຄອນເທນເນີສິນຄ້າຢູ່ທ່າກຳປັ່ນ ຕຽນຊາ
ທ່າກຳປັ່ນ ຕຽນຊາ ຕ້ອນຮັບກຳປັ່ນຂົນສົ່ງຄອນເທນເນີລຳທຳອິດທີ່ສົ່ງສິນຄ້າໄປຍັງເຂດຝັ່ງຕາເວັນຕົກ ອາເມລິກາ - ảnh 1(ທ່າກຳປັ່ນ ຕຽນຊາ ຕ້ອນຮັບກຳປັ່ນຂົນສົ່ງຕູ້ຄອນເທນເນີທີ່ມີຊື່ວ່າ WanHaii)

          ວັນທີ 05 ກັນຍາ, ທ່າກຳປັ່ນ ຕຽນຊາ (ດ່ານັ້ງ) ໄດ້ຕ້ອນຮັບກຳປັ່ນຂົນສົ່ງຕູ້ຄອນເທນເນີທີ່ມີຊື່ວ່າ WanHai 362, ໂດຍບໍລິສັດກຳປັ່ນ WanHai (ບໍລິສັດກຳປັ່ນຂົນສົ່ງຄອນເທນເນີໃຫຍ່ທີ່ 11 ຂອງໂລກ) ຂຸດຄົ້ນ, ຂຶ້ນກັບສາຍບໍລິການ AA3 ເຊື່ອມຕໍ່ ຫວຽດນາມ ໄປຕົງເຖິງທ່າກຳປັ່ນ Long Beach - ທ່າກຳປັ່ນ Oakland (ອາເມລິກາ). ນີ້ແມ່ນກຳປັ່ນຂົງສົ່ງຄອນເທນເນີດ້ວຍນ້ຳໜັກໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນເຂົ້າທຽບທ່າ ຕຽນຊາ.

          ກຳປັ່ນໄດ້ສົ່ງ 480 ກວ່າຕູຄອນເທນເນີສິນຄ້າຢູ່ທ່າກຳປັ່ນ ຕຽນຊາ; ພ້ອມກັນນັ້ນ, ສົ່ງອອກສິນຄ້າໄປຍັງຕ່າງປະເທດ 115 TEUS. ໃນນັ້ນ, ມີສິນຄ້າສົ່ງອອກ 50 TEU ຈາກນະຄອນ ດ່ານັງ ໄປທ່າກຳປັ່ນ Long Beach, ອາເມລິກາ, ລວມມີ: ເຄື່ອງຕ່ຳແຜ່ນຕັດຫຍິບ, ເຄື່ອງເຟີນີເຈີ, ເຄື່ອງຫຼີ້ນຂອງເດັກ, ອຸປະກອນເຮືອບິນ... ນີ້ແມ່ນກຳປັ່ນບັນທຸກສິນຄ້າລຳທຳອິດອອກຈາກທ່າກຳປັ່ນ ຕຽນຊາ ຂົນສົ່ງສິນຄ້າໂດຍກົງໄປຍັງທ່າກຳປັ່ນ Long Beach (ເຂດຝັ່ງຕາເວັນຕົກ ອາເມລິກາ) ໂດຍຕ້ອວ ການຂົນຖ່າຍສິນຄ່າຜ່ານກຳປັ່ນແມ່ລຳໃດໆຄືໃນເມື່ອກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ