ທ່ານ Joe Biden ​ປະ​ທາ​ນາ​ທິບ​ໍ​ດີ​ຫາກໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງ ສົ່ງ​ສານ​ສາ​ມັກ​ຄີ, ສະ​ໜິດ​ຕິດ​ພັນ ແລະ ສ້າງ​ປະ​ເທດ​ຄືນ​ໃໝ່​ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່

(VOVWORLD) - ບັນດາສິ່ງທ້າທາຍ ເຊິ່ງ ອາເມລິກາ ພວມປະເຊີນໜ້າ ຈະບໍ່ຫາຍໄປໃນໄລຍະສັ້ນ, ເຖິງຢ່າງໃດກໍ່ຕາມ ເມື່ອເລີ່ມຕົ້ນປີໃໝ່ ທ່ານ ຫວັງວ່າ ຈະນັບມື້ນັບດີງາມກ່ວາ.
 ທ່ານ Joe Biden ​ປະ​ທາ​ນາ​ທິບ​ໍ​ດີ​ຫາກໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງ ສົ່ງ​ສານ​ສາ​ມັກ​ຄີ, ສະ​ໜິດ​ຕິດ​ພັນ ແລະ ສ້າງ​ປະ​ເທດ​ຄືນ​ໃໝ່​ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່ - ảnh 1ທ່ານ Joe Biden . ພາບ: AFP/TTXVN

        ວັນທີ 31 ທັນວາ, ກ່ອນທີ່ຕ້ອນຮັບບຸນປີໃໝ່ 2021 ຢູ່ ອາເມລິກາ, ທ່ານ Joe Biden ປະທານາທິບໍດີໄດ້ຮັບໄຊຊະນາໃນການເລືອກຕັ້ງ ໄດ້ສົ່ງສານຮຽກຮ້ອງໃຫ້ປະຊາຊົນ ອາເມລິກາ “ສາມັກຄີ, ສະໜິດຕິດພັນ ແລະ ສ້າງປະເທດຄືນໃໝ່”. ໃນສື່ສັງຄົມອອນລາຍສ່ວນຕົວ twitter, ທ່ານ Joe Biden ຖືວ່າ ບັນດາສິ່ງທ້າທາຍ ເຊິ່ງ ອາເມລິກາ ພວມປະເຊີນໜ້າ ຈະບໍ່ຫາຍໄປໃນໄລຍະສັ້ນ, ເຖິງຢ່າງໃດກໍ່ຕາມ ເມື່ອເລີ່ມຕົ້ນປີໃໝ່ ທ່ານ ຫວັງວ່າ ຈະນັບມື້ນັບດີງາມກ່ວາ.

                ພາຍຫລັງສື່ມວນຊົນປະກາດທ່ານ Joe Biden ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີໃນວັນທີ 3 ພະຈິກ, ທ່ານ Joe Biden ໄດ້ຮຽກຮ້ອງປະຊາຊົນ ອາເມລິກາ ຍັບມໍ່ໃກ້ກັນ, ທ່ານໄດ້ເນັ້ນໜັກວ່າ  ຮອດຈຸດເວລາພວກເຮົາຕ້ອງມີຄວາມສາມັກຕີ ແລະ ສະໜິດຕິດພັນກັນແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ