ທິມ​ບານ​ເຕະ ແອັດ​ສະ​ປາຍ ຄວ້າ​ແຊ້ມ EURO 2024

(VOVWORLD) - ທິມຊາດບານເຕະ ແອັດສະປາຍ ຍາດໄດ້ໄຊຊະນະຕໍ່ທິມຊາດບານເຕະ ອັງກິດ ດ້ວຍຄະແນນ 2 ປະຕູຕໍ່ 1 ໃນງານແຂ່ງຂັນບານເຕະຮອບຊີງແຊ້ມ ເອີລົບ ປີ 2024.

ຕອນຄ່ຳວັນທີ 14 ກໍລະກົດ (ຕາມເວລາທ້ອງຖິ່ນ), ທິມຊາດບານເຕະ ແອັດສະປາຍ ຍາດໄດ້ໄຊຊະນະຕໍ່ທິມຊາດບານເຕະ ອັງກິດ ດ້ວຍຄະແນນ 2 ປະຕູຕໍ່ 1 ໃນງານແຂ່ງຂັນບານເຕະຮອບຊີງແຊ້ມ ເອີລົບ ປີ 2024 (EURO 2024) ທີ່ໄດ້ດຳເນີນຢູ່ສະໜາມກິລາ Olympia Berlin (ເຢຍລະມັນ). ດ້ວຍໝາກຜົນນີ້, ແອັດສະປາຍ ສາມາດຄວ້າໄດ້ແຊ້ມ ເອີໂຣ ເປັນຄັ້ງທີ 4 ໃນປະຫວັດສາດ.

              ພາຍຫຼັງນັດແຂ່ງຂັນຊີງແຊ້ມຢູ່ສະໜາມກິລາ Olympia, ສະຫະພັນບັນດາສະມາຄົມບານເຕະເອີລົບ (UEFA) ກໍໄດ້ມອບນາມມະຍົດ ນັກເຕະຍອດຢ້ຽມ ໃນ  EURO 2024 ໃຫ້ແກ່ ກອງໜ້າທິມບານເຕະ ແອັດສະປາຍ, ນັກກິລາ Rodri. ນາມມະຍົດນັກເຕະໜຸ່ມຍອດຢ້ຽມ EURO 2024 ໄດ້ແກ່ນັກກິລາ Lamine Yamal ຂອງທິມບານເຕະ ແອັດສະປາຍ, ກອງໜ້າປີກຂວາ, ອາຍຸ 17 ປີ ແລະ ຍິງເຂົ້າປະຕູໄດ້ 1 ລູກ.    

ຕອບກັບ

ຂ່າວ/ບົດ​ອື່ນ