ທ່ານ ຫງວຽນທ້ຽນເຍີນ ຢ້ຽມຢາມ, ມອບ ຂອງຂວັນບຸນເຕັດໃຫ້ທະຫານເສຍອົງຄະແຂວງບັກນີງ

ທ່ານ ຫງວຽນທ້ຽນເຍີນ ຢ້ຽມຢາມ, ມອບ ຂອງຂວັນບຸນເຕັດໃຫ້ທະຫານເສຍອົງຄະແຂວງບັກນີງ - ảnh 1
(ທ່ານ​ຫງວຽນ​ທ້ຽນ​ເຍີນ ​​ຢ້ຽມຢາມ​ສູນ​ປິ່ນປົວ​ບຳລຸງ​ສຸຂະພາບ
ທະຫານ​ເສຍ​ອົງຄະ​ທ້ວນ​ແທ່ງ, ບັກ​ນີງ)

(vovworld) – ຕອນ​ບ່າຍ​ວັນ​ທີ 1/2, ທ່ານ​ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ບຸນ​ເຕັດ​ໃຫ້​ສູນ​ປິ່ນປົວ​ບຳລຸງ​ສຸຂະພາບ ທະຫານ​ເສຍ​ອົງຄະ​ທ້ວນ​ແທ່ງ, ບັກ​ນີງ. ທ່ານ​ຫງວຽນ​ທ້ຽນ​ເຍີນ ​ໄດ້​ຂອບ​​​ໃຈ​ບັນດາ​ທະຫານ​ເສຍ​ອົງຄະທີ່​ໄດ້​ປະກອບສ່ວນຍາດ​ເອົາເອກະ​ລາດ​​ແຫ່ງ​ຊາດ. ທ່ານ​ຫງວຽນ​ທ້ຽນ​ເຍີນ ​ໃຫ້​ຄຳ​ໝັ້ນ​ສັນຍາວ່າ: ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຈະ​ເອົາ​ໃຈ​ໃສ່ ​ແລະ ​ເບິ່ງ​ແຍງ​ດູ​ແລ​ເຖິງ​ລະບອບ, ນະ​ໂຍບາຍ​ສຳລັບ​ຜູ້​ທີ່​ມີຄຸນງາມຄວາມດີຕໍ່ປະ​ເທດຊາດ​ກ່ວາ​ອີກ ​ແລະ ຍື່ນ​ສະ​ເໜີ​ຕໍ່​ລັດຖະບານ​ສືບ​ຕໍ່​ປັບປຸງລະບອບ, ​ນະ​ໂຍບາຍ​ສຳລັບ​ຜູ້​ທີ່​ມີ​ຄຸນງາມຄວາມດີ ພາຍຫຼັງການ​ກວດກາ​ນະ​ໂຍບາຍ​ສຳລັບ​ຜູ້​ທີ່​ມີຄຸນງາມຄວາມດີຕໍ່ປະ​ເທດຊາດ.

ຂ່າວ/ບົດ​ອື່ນ