ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຮັບຫຼຽນໄຊ ສາມັກຄີ ຂອງສະພາແຫ່ງລັດ ສ. ກູບາ

(VOVWORLD) - ນີ້ແມ່ນຫຼຽນໄຊອັນສູງສົ່ງເພື່ອແນໃສ່ຮັບຮູ້ນ້ຳໃຈມິດຕະພາບອັນລ້ຳຄ່າ ແລະ ບັນດາການປະກອບສ່ວນອັນໃຫຍ່ຫຼວງເຊິ່ງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສະຫງວນໃຫ້ ກູບາໃນຕະຫຼອດ 1 ທົດສະວັດຜ່ານມາ
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຮັບຫຼຽນໄຊ ສາມັກຄີ ຂອງສະພາແຫ່ງລັດ ສ. ກູບາ - ảnh 1 ທ່ານ Fernando Gonzalez Llort ແລະ ທ່ານນາງ ຫງວຽນທິກິມເງິນ ທີ່ພິທີປະດັບຫຼຽນ

ຕອນບ່າຍວັນທີ 11 ເມສາ, ທີ່ສຳນັກງານສະພາແຫ່ງຊາດ, ໂດຍໄດ້ຮັບການມອບສິດຈາກສະພາແຫ່ງຊາດ ກູບາ, ທ່ານ Fernando Gonzalez Llort, ປະທານສະຖາບັນ ກູບາມິດຕະພາບບັນດາປະຊາຊາດ (ICAP) ໄດ້ປະດັບຫຼຽນໄຊສາມັກຄີຂອງສະພາແຫ່ງລັດ ກູບາໃຫ້ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ.

        ນີ້ແມ່ນຫຼຽນໄຊອັນສູງສົ່ງເພື່ອແນໃສ່ຮັບຮູ້ນ້ຳໃຈມິດຕະພາບອັນລ້ຳຄ່າ ແລະ ບັນດາການປະກອບສ່ວນອັນໃຫຍ່ຫຼວງເຊິ່ງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສະຫງວນໃຫ້ ກູບາໃນຕະຫຼອດ 1 ທົດສະວັດຜ່ານມາ ເມື່ອທ່ານນາງຍັງຮັບໜ້າທີ່ເປັນປະທານສະມາຄົມມິດຕະພາບ ຫວຽດນາມ -  ກູບາ.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຂອບອົກຂອບໃຈສະພາແຫ່ງລັດ ສ. ກູບາ; ພ້ອມທັງຢັ້ງຢືນວ່າຈະສືບຕໍ່ເຮັດຈົນສຸດຄວາມສາມາດຂອງຕົນເພື່ອປັບປຸງ ແລະ ພັດທະນາການພົວພັນທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດ, ຄວາມສາມັກຄີ, ບໍລິສັດຜຸດຜ່ອງ, ຈິດໜຶ່ງໃຈດຽວລະຫວ່າງ ຫວຽດນາມ ແລະ ກູບາ.

ຕອບກັບ

ຂ່າວ/ບົດ​ອື່ນ