ທ່ານ​ນາງຫວ​ໍ​ທິ​ແອັງ​ຊວັນ ຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ຢ້ຽມ​ຢາມ ສ.ເກ​ຼັກ

(VOVWORLD) -ສອງຝ່າຍໄດ້ຢັ້ງຢືນຈະສະໜັບສະໜູນການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ອາວຸດ, ເນັ້ນໜັກເຖິງຄວາມສຳຄັນຂອງຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີ ໃນການເດີນເຮືອ, ຍົກສູງ ການປະຕິບັດຕາມກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.
ທ່ານ​ນາງຫວ​ໍ​ທິ​ແອັງ​ຊວັນ ຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ຢ້ຽມ​ຢາມ ສ.ເກ​ຼັກ - ảnh 1ທ່ານນາງ Katerina Sakellaropoulou ປະທານາທິບໍດີ ເກຼັກ ແລະ ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ (ພາບ: TTXVN)

ໂດຍຮັບຄຳເຊື້ອເຊີນຂອງ ທ່ານນາງ Katerina Sakellaropoulou ປະທານາທິບໍດີ ເກຼັກ, ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ໄດ້ໄປຢ້ຽມຢາມ ເກຣັກ ຢ່າງເປັນທາງການ ໃນລະຫວ່າງວັນທີ 31 ຕຸລາ ຫາ ວັນທີ 2 ພະຈິກ. ວັນທີ 1 ພະຈິກ, ທີ່ການພົບປະ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ແລະ ທ່ານນາງປະທານາທິບໍດີ Katerina ໄດ້້ເຫັນດີເປັນເອກະພາບ ເພີ່ມທະວີພົບປະແລກປ່ຽນຄະນະຜູ້ແທນ ໃນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ເພື່ອແນໃສ່ສ້າງການກຳນົດທິດນຳການພົວພັນສອງຝ່າຍໃຫ້ພັດທະນາຢ່າງມີປະສິດທິຜົນ ແລະ ຫຼາຍຮູບແບບ, ເປີດກວ້າງການຮ່ວມມືເສດຖະກິດ, ການຄ້າ, ການລົງທົນ, ວັດທະນະທຳ, ການທ່ອງທ່ຽວ. ທ່ານນາງປະທານາທິບໍດີ ເກຼັກ ໄດ້ປະກາດວ່າ ຈະມອບວັກຊິນກັນໂຄວິດ - 19 AstraZeneca ຈຳນວນ 250.000 ໂດສ ໃຫ້ແກ່ ຫວຽດນາມ ເພື່ອໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ສອງຝ່າຍໄດ້ຢັ້ງຢືນຈະສະໜັບສະໜູນການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ອາວຸດ, ເນັ້ນໜັກເຖິງຄວາມສຳຄັນຂອງຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີ ໃນການເດີນເຮືອ, ຍົກສູງ ການປະຕິບັດຕາມກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

ຕອບກັບ

ຂ່າວ/ບົດ​ອື່ນ