ທ່ານນາງຮອງປະທານປະເທດ Nguyen Thi Doan ຕ້ອນຮັບຄະນະຜູ້ແທນ ຜູ້ມີຄຸນງາມຄວາມດີ

ທ່ານນາງຮອງປະທານປະເທດ Nguyen Thi Doan ຕ້ອນຮັບຄະນະຜູ້ແທນ ຜູ້ມີຄຸນງາມຄວາມດີ - ảnh 1
( ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan )

( vovworld ) -   ຕອນ​ບ່າຍ​ວັນ​ທີ 17/5, ຢູ່​ຮ່າ​ໂນ້ຍ, ​​ເມື່ອ​ຕ້ອນຮັບ​ຄະນະ​ຜູ້​ແທນ​ທະຫານ​ເສຍ​ອົງຄະ, ທະ​ຫານ​ເຈັບ​ປ່ວຍ, ຄອບຄົວ​​ນັກ​ຮົບ​ທີ​ເສຍ​ສະຫຼະຊີວິດ​ເພື່ອ​ຊາດ ​ແລະ ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດແຂວງ Quang Ngai ທີ່ມາ​ຢ້ຽມຢາມ​ນະຄອນຫຼວງ​ຮ່າ​ໂນ້ຍ ​ເນື່ອງ​ໃນ​​ໂອກາດ​ສະ​ເຫຼີມສະຫຼອງ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈິ​ມິນ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ໄດ​​້ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງ​ເຖິງ​ບັນດາ​ແມ່​ຫວຽດນາມ​ວິລະ​ຊົນ, ບັນດາທະຫານ​ເສຍ​ອົງຄະ, ທະ​ຫານ​ເຈັບ​ປ່ວຍ, ຄອບຄົວ​ນັກ​ຮົບ​ທີ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ຜູ້​ມີ​ຄຸນງາມຄວາມດີຕໍ່​ການ​ປະຕິວັດ​ແຂວງ Quang Ngai ​​ເຊິ່ງໄດ້​​ອຸທິດ​ສ່ວນ ​ແລະ ​ເສຍ​ສະຫຼະ​ອັນໃຫຍ່​ຫຼວງ​ຕໍ່​ພາລະກິດ​ປົດ​ປ່ອຍຊາດ ​ແລະ ທ້ອງໂຮມປະ​ເທດ​ຊາດ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ໄດ້​ເນັ້ນ​ໜັກ​ວ່າ ​ໃນ​ໄລຍະ​ທີ່​ຜ່ານ​ມາພັກ, ລັດ ​ແລະ ​ແຕ່ລະ​ທ້ອງ​ຖິ່ນ​ໄດ້​ສະຫງວນ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ, ປັບປຸງ​ກົດໝາຍ​, ນະ​​ໂຍບາຍ​​ເທື່ອ​ລະ​ກ້າວ​ເພື່ອ​ແນ​ໃສ່ທົ​ດ​ແທນ​ຕໍ່​ການເສຍ​ສະຫຼະ, ການ​ເສຍ​ຫາຍ, ກໍ​ຄືຕອບ​ບຸນ​ແທນ​ຄຸນ​ບັນດາ​ຜູ້​ທີ່​ເສຍ​ສະຫຼະຊີວິດ​ເພື່ອ​ເອກະລາດ ​ແລະ ​ຄວາມເສລີ​ພາບຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ