ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ພົບ​ປະ​ກັບສະ​ມາ​ຊິກກ​​ອງເ​ຍ​ົາວະ​ຊົນ​ດີ​ເດັ່ນ​ນະ​ຄອນ​ ໂຮ່​ຈີ​ມິນ

(VOVWORLD) - ໃນໂອກາດນີ້, ທ່ານນາງຮອງປະທານປະເທດ ສະເໜີໃຫ້ບັນດາກະຊວງ ຂະແໜງການ ແລະ ນະຄອນ ໂຮ່ຈີມິນ ກວດກາຄືນບັນດາຄວາມຕ້ອງການຂອງເດັກນ້ອຍໃນສະພາບການໃໝ່.
ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ພົບ​ປະ​ກັບສະ​ມາ​ຊິກກ​​ອງເ​ຍ​ົາວະ​ຊົນ​ດີ​ເດັ່ນ​ນະ​ຄອນ​ ໂຮ່​ຈີ​ມິນ - ảnh 1(ທ່ານນາງ ຫວໍ້ທິແອັງຊວັນ ກ່າວຄຳເຫັນທີ່ການພົບປະ)

ຕອນບ່າຍວັນທີ 12 ມິຖຸນາ, ຢູ່ສຳນັກງານປະທານປະເທດທີ່ ຮ່າໂນ້ຍ, ທ່ານນາງ ຫວໍ້ທິແອັງຊວັນ ໄດ້ພົບປະກັບຄະນະຜູ້ແທນສະມາຊິກກອງເຍົາວະຊົນ, ເຍົາວະຊົນ, ຜູ້ຮັບຜິດຊອບກອງເຍົາວະຊົນດີເດັ່ນນະຄອນ ໂຮ່ຈີມິນ ເຂົ້າຮ່ວມຂະບວນວິວັດ “ນ້ອງຮັກປະເທດຊາດ ຫວຽດນາມ” ປີ 2024.

   ໂດຍໄດ້ຍ້ອງຍໍຊົມເຊີຍບັນດາຜົນງານ ທີ່ບັນດາພວກນ້ອງສະມາຊິກກອງເຍົາວະຊົນ, ເຍົາວະຊົນບັນລຸໄດ້ນັ້ນ, ທ່ານນາງຮອງປະທານປະເທດປາດຖະໜາວ່າ ບັນດາສະມາຊິກກອງເຍົາວະຊົນ, ເຍົາວະຊົນຈະສືບຕໍ່ມູນເຊື້ອອັນສະຫງ່າລາສີຂອງຊາດ, ເດີນຕາມລຸ້ນພໍ່ລຸ້ນອ້າຍ, ແຂ່ງຂັນຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຢ່າງບໍ່ຢຸດຢັ້ງ, ສ້າງພື້ນຖານທີ່ໝັ້ນຄົງໜັກແໜ້ນໃຫ້ແກ່ການພັດທະນາໃນອະນາຄົດ.

   ໃນໂອກາດນີ້, ທ່ານນາງຮອງປະທານປະເທດ ສະເໜີໃຫ້ບັນດາກະຊວງ ຂະແໜງການ ແລະ ນະຄອນ ໂຮ່ຈີມິນ ກວດກາຄືນບັນດາຄວາມຕ້ອງການຂອງເດັກນ້ອຍໃນສະພາບການໃໝ່ ເພື່ອສະເໜີບັນດາແຜນນະໂຍບາຍ, ນະໂຍບາຍໃໝ່ທີ່ເໝາະສົມກັບສະພາບການ, ຜ່ານນັ້ນ ຊຸກຍູ້ວຽກງານປົກປ້ອງ, ເບິ່ງແຍງດູແລ, ສຶກສາເດັກນ້ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ