ທ່ານນາງຮອງປະທານປະເທດດັ້ງທິງອັກທິ້ງພົບປະກັບຜູ້ມີສິດເລືອກຕັ້ງແຂວງວິ້ງລອງ

(VOVWORLD) -ໃນລະຫວ່າງວັນທີ 22 – 23 ພະຈິກ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ແລະ ຄະນະສະມາຊິກສະພາແຫ່ງຊາດແຂວງວິ້ງລອງ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງເມືອງ ມາງທິດ ແລະ ເມືອງ ວູ້ງລຽມ.

ທ່ານນາງຮອງປະທານປະເທດດັ້ງທິງອັກທິ້ງພົບປະກັບຜູ້ມີສິດເລືອກຕັ້ງແຂວງວິ້ງລອງ - ảnh 1 ທ່ານນາງຮອງປະທານປະເທດດັ້ງທິງອັກທິ້ງພົບປະກັບຜູ້ມີສິດເລືອກຕັ້ງແຂວງວິ້ງລອງ

(ພາບ: nhandan.com.vn)

ທີ່ບັນດາການພົບປະ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໃຫ້ຮູ້ວ່າ, ເຖິງວ່າຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າຍທາຍຫຼາຍຢ່າງກໍ່ຕາມ, ແຕ່ສະພາບເສດຖະກິດ - ສັງຄົມຂອງປະເທດຊາດຍັງພັດທະນາຮອບດ້ານພໍສົມຄວນ, ບັນດາຕົວເລກຄາດໝາຍລ້ວນແຕ່ບັນລຸໄດ້ ແລະ ລື່ນກາຍຄາດໝາຍໂດຍພື້ນຖານ, GDP ເຕີບໂຕເກືອບ 7%. ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ຢືນຢັນວ່າ, ພັກ, ລັດ ພວມຕັດສິນໃຈຢ່າງສູງໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ; ປາດຖະໜາວ່າປະຊາຊົນຈະຕັ້ງໜ້າເຂົ້າຮ່ວມຂະບວນການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ