ທ່ານນາງຮອງປະທານປະເທດຫງວຽນທິຢວານ ມອບທຶນສຶກສາໃຫ້ນັກຮຽນທຸກຍາກແຂວງ ນາມດິ້ງ

ທ່ານນາງຮອງປະທານປະເທດຫງວຽນທິຢວານ ມອບທຶນສຶກສາໃຫ້ນັກຮຽນທຸກຍາກແຂວງ ນາມດິ້ງ - ảnh 1
(ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິຢວານ
ມອບ​ທຶນ​ສຶກສາ​ໃຫ້​ບັນດາ​ນັກຮຽນ)


(vovworld) – ຕອນ​ບ່າຍ​ວັນ​ທີ 14/09, ສະມາຄົມ​ສົ່ງ​ເສີມ​ການ​ຮຽນ​ແຂວງ​ນາມ​ດິ້ງ ​ໄດ້​ຈັດ​ພິທີ​ມອບ​ທຶນ​ສຶກສາ​ປີ 2014 ​ໃຫ້​ບັນດາ​ນັກຮຽນ, ນັກ​ສຶກສາ​ທຸກ​ຍາກ​ແຕ່​ຮຽນ​ເກັ່ງ. ທ່ານ​ນາງ​ຮອງ​ປະທານ​ປະເທດ ຫງວຽນ​ທິຢວານ ​ໄດ້​ເຂົ້າ​ຮ່ວມ ​ແລະ ມອບ​ທຶນ​ສຶກສາ​ໃຫ້​ບັນດາ​ນັກຮຽນ. ມີ​ນັກຮຽນ​ທຸກ​ຍາກທີ່​ບືນຕົວ​ຂຶ້ນ​ໃນ​ການ​ຮໍ່າຮຽນກວ່າ 1000 ຄົນໄດ້​ຮັບ​ທຶນ​ສຶກສາ​ດ້ວຍ​ມູນ​ຄ່າ 1,5 ລ້ານ​ດົງ/ຄົນ. ​ໃນ​ຈຳນວນ​ບັນດາ​ນັກຮຽນ​ໄດ້​ຮັບ​ທຶນ​ສຶກສາ, ມີ​ນັກຮຽນ​ເປັນ​ເດັກ​ກ່ຳພ້າ​ທັງ​ພໍ່ ​ແລະ ​ແມ່, ​ເປັນ​ລູກ​ພະນັກງານ, ນັກຮົບ​ພວມ​ປະຕິບັດ​ໜ້າ​ທີ່ຢູ່​ໝູ່​ເກາະ​ເຈື່ອງ​ຊາ ​ແລະ ກຳລັງ​ກວດກາ​ການ​ປະມົງ. ​ເນື່ອງ​ໃນ​ໂອກາດ​ນີ້, ສະມາຄົມ​ສົ່ງ​ເສີມ​ການ​ຮຽນ​ແຂວງ​ນາມ​ດິ້ງ ກໍ່​ມອບ​ທຶນ​ສຶກສາ ​ເພື່ອຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ໃຫ້​ນັກ​ສຶກສາ 5 ຄົນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແຕ່​ໄດ້ຮັບຜົນ​ງານ​ສູງ​ໃນ​ການ​ຮໍ່າຮຽນ. ນັກ​ສຶກສາ​ແຕ່ລະຄົນ​ໄດ້​ຮັບ​ທຶນ​ສຶກສາ 11 ລ້ານ​ດົງ/ປີ ​ໃນ​ໄລຍະ 4 ປີ.

ຂ່າວ/ບົດ​ອື່ນ