ທ່ານນາງຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກາວບັງ

ທ່ານນາງຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກາວບັງ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາ​ດ ຫວຽດນາມ ຕ່ອງ​ທິຟ໋ອງ
ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ກາວ​ບັງ

(vovworld) – ​ ຕອນ​ບ່າຍ​ວັນ​ທີ 23/12 ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາ​ດ ຫວຽດນາມ ຕ່ອງ​ທິຟ໋ອງ ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ກາວ​ບັງ. ທີ່​ການ​ເຮັດ​ວຽງກັບ​ການ​ນ​ຳ​ແຂວງ ກາວ​ບັງ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ຕ່ອງ​ທິຟ໋ອງ ສະ​ເໜີ​ວ່າ ປີ 2017, ​ແຂວງ ກາວ​ບັງ ຄວນ​ປະຕິບັດ​ຫລາຍມາດ​ຕະການຄົບ​ຊຸດ, ພິ​ເສດ​ແມ່ນ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ຄືນ​ໃໝ່ ຕິດ​ພັນ​ກັບ​ວຽກ​ງານກໍ່ສ້າງ​ຊົນນະບົດ​ໃໝ່. ​ແຂວງ ກາວ​ບັງ ຄວນ​ຖື​ເປັນ​ສຳຄັນ​ວຽກ​ງານ​ປະຕິ​ຮູບ​ດ້ານ​ບໍລິຫານ, ສ້າງ​ຄວາມ​ສະດວກ​​ໃຫ້​ປະຊາຊົນ ​ແລະ ວິ​ສາ​ຫະກິດ.

        ກ່ອນ​ໜ້​ານັ້ນ ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ໄດ້​ມາ​ຖະຫວາຍ​ທູບ​ທຽນ ​ແລະ ດອກ​ໄມ້​ຢູ່ວິຫານ​ພົນ​ເອກ ຫວໍ​ງວຽນ​ຢ໋​າບ ​ໃນເຂດ​ປູຊະນີຍະ​ຊະ​ຖານ​ແຫ່ງ​ຊາດ​ພິ​ເສດ​ປ່າ​ໄມ້ ​ເຈີ່ນ​ຮຶງດ້າວ​ ຢູ່​​ຕາແສງ ຕາມ​ກິມ, ​ເມືອງ ຫງວຽນ​ບີ​ງ, ກາວ​ບັງ.


ຂ່າວ/ບົດ​ອື່ນ