ທ່ານນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມກອງປະຊຸມ ສຸດຍອດ ອາຊຽນ 20

ທ່ານນາຍົກລັດຖະມົນຕີ Nguyen Tan Dung       ເຂົ້າຮ່ວມກອງປະຊຸມ   ສຸດຍອດ ອາຊຽນ 20 - ảnh 1
ທ່ານ​ນາຍົກລັດຖະ​ມົນຕີ Nguyen Tan Dung ພົບປະກັບທ່ານ Samdec Hunsen ນາຍົກລັດຖະມົນຕີ ກຳປູ​ເຈຍ
ພາບ:chinhphu.vn


(vovworld) - ທ່ານ​ນາຍົກລັດຖະ​ມົນຕີ Nguyen Tan Dung ນຳ​ຫນ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ເດີນທາງ​ອອກ​ຈາກ ຮ່າ​ໂນ້ຍ ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 20 ຊຶ່ງ​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ ພະນົມ​ເປັນ ປະ​ເທດ ກຳປູ​ເຈຍ ​ແຕ່​ວັນ​ທີ 3 - 4/4/2012 ຕາມ​ຄຳ​ເຊື້ອ​ເຊີນ​ຂອງທ່ານ Samdec Hunsen ນາຍົກລັດຖະມົນຕີ ກຳປູ​ເຈຍ. ​ເຂົ້າ​ຮ່ວມ​ຄະນະ​ຜູ້​ແທນ​ ຫວຽດນາມ ລວມມີ​ທ່ານ Pham Binh Minh ລັດຖະມົນຕີ​ການ​ຕ່າງປະ​ເທດ, ທ່ານ Vu Duc Dam ລັດຖະມົນຕີ, ຫົວຫນ້າ​ຫ້ອງ​ວ່າການ​ລັດຖະບານ, ທ່ານ Vu Huy Hoang ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ທ່ານນາງ Pham Thi Hai Chuyen ລັດຖະມົນຕີ​ກະຊວງ​ແຮ​ງານ​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​, ທ່ານ Le Luong Minh ​ແລະ ທ່າ​ນ Pham Quang Vinh ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ທ່ານ Nguyen Van Tung ຜູ້​ຊ່ວຍ​ວຽກ​ນາຍົກລັດຖະມົນຕີ.

ທີ່​ພະນົມ​ເປັນ, ຕອນ​ເຊົ້າ​ວັນ​ທີ 2/4, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (AMM) ຖືກ​ໄຂ​ຂຶ້ນ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 10 ປະ​ເທດ​ສະມາຊິກ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ Pham Binh Minh ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ນຳ​ຫນ້າ. ທີ່​ກອງ​ປະຊຸມ, ລັດຖະມົນຕີ​ບັນດາ​ປະ​ເທດ​ຈະ​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ເນື້ອ​​ໃນ​ເອກະສານ​ເພື່ອ​ຍື່ນ​ສະ​ເຫ​ນີກອງ​ປະຊຸມ​ສຸດ​ຍອດ ຊ່ື​ງລວມມີ: ຖະ​ແຫລງ​ການ​ພະນົມ​ເປັນ “ອາ​ຊຽນ: ປະຊາ​ຄົມ​ຫນຶ່ງ ຊາ​ຕາກຳ​ດຽວ​ກັນ”, ຖະ​ແຫລ​ງການ​ຮ່ວມ​ປອດ​ຢາ​ເສບ​ຕິດ​ໃນ​ປີ 2015, ຖະ​ແຫລ​ງການ​ປະທານ ອາ​ຊຽນ ກ່ຽວ​ກັບ​ການ​ລະນຶກ 45 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ ອາ​ຊຽນ ​ແລະ ໝາກຜົນ​ກອງ​ປະຊຸມ​ສຸດ​ຍອດ​ ອາ​ຊຽນ ຄັ້ງ​ທີ 20. ບັນດາ​ກອງ​ປະຊຸມ​ສະພາ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ (AEC), ກອງ​ປະຊຸມ​ສະພາ​ປະຊາ​ຄົມ​ວັດທະນະທຳ ສັງຄົມ ອາ​ຊຽນ (ASCC) ກໍ​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ.

ຕອບກັບ

ຂ່າວ/ບົດ​ອື່ນ