ທ່ານນາຍົກລັດຖະມົນຕີ Putin ຈະໄຊຊະນະໃນ ການເລືອກຕັ້ງປະທານາ ທິບໍດີລັດເຊຍ

ທ່ານນາຍົກລັດຖະມົນຕີ Putin ຈະໄຊຊະນະໃນ ການເລືອກຕັ້ງປະທານາ ທິບໍດີລັດເຊຍ - ảnh 1
ທ່ານນາຍົກລັດຖະມົນຕີ ລັດເຊຍ Vladimir Putin
(ພາບ: ອີນເຕີເນັດ)

(vovworld) - ວັນ​ທີ 20/2, ສູນ​ຄົ້ນ​ຄ້ວາ​ຫາງ​ສຽງ​ສັງຄົມ​ທົ່ວ​ປະ​ເທດ​ລັດ​ເຊຍ(ຫຼື VTsIOM) ​ໄດ້​ປະກາດ​ໝາກຜົນ​ຂອງ​ການ​ຢັ່ງ​ຫາງ​ສຽງ​ກ່ອນ​ການ​ເລືອກ​ຕັ້ງ​ປະທາ​ນາ​ທິບໍດີ. ໝາ​ກຜົນຂອງ​ການ​ຢັ່ງ​ຫາງ​ສຽງ​ໃຫ້​ເຫັນ​ວ່າ: ທ່ານ​ນາຍົກລັດຖະມົນຕີ Vladimir Putin ພວມ​ກວມ​ສ່ວນ​ຫຼາຍອັດຕາ​ບັດ​ສະໜັບສະໜູນ ​ແລະ ຈະ​ຍາ​ດ​ໄດ້​ໄຊຊະນະ​​ໃນ​ການ​ແຂ່ງຂັນ​ເຂົ້າ​ວັງ Kremli ທີ່​ຈະ​ມາ​ເຖິງ. ທີ່​ການ​ປະຊຸມ​ຂ່າວ​ທີ່​ດຳ​ເນີນ​ຢູ່​ນະຄອນຫຼວງ​ມົດ​ສະ​ກູ, ຜູ້​ຕາງໜ້າ​ຂອງ VTsIOM ​ໃຫ້​ຮູ້​ວ່າ: ໝາກຜົນ​ຂອງ​ການ​ຢັ່ງ​ຫາງ​ສຽງ​ກ່ອນ​ການ​ເລືອກ​ຕັ້ງ​ໃຫ້​ເຫັນ​ວ່າ: ທ່ານ​ນາຍົກລັດຖະມົນຕີ Putin ໄດ້​ຮັບການ​ສະໜັບສະໜູນ​ຂອງ​ເກືອບ 60% ຈະ​ນວນ​ຜູ້​ຖື​ກຖາມ, ​ໃນ​ຂະນະ​ນັ້ນ, ຜູ້​ອອກ​ສະ​ໝັກ​ຮັບ​ເລືອກຕັ້ງ ທ່ານ Gennady Zyuganov ຂອງ​ພັກ​ກອມ​ມູນິດ​ລັດ​ເຊຍ ຍື່ນ​ອັນ​ດັບ​ທີ 2 ດ້ວຍ​ເກືອບ 15% ສຽງ​ສະໜັບສະໜູນ. ປະທານ​ພັກ​ເສລີພາບ - ປະຊາ​ທິປະ​ໄຕ Vladimir Girinovsky​ ​ໄດ້ 9%, ​ສ່ວນ​ມະຫາ​ເສດຖີ Mikhail Prokhorov ​ໄດ້ຮັບ 8% ​ແລະ ຫົວໜ້າ​ພັກ​ປະ​ເທດ​ລັດ​ເຊຍ ຍຸຕິ​ທຳ Sergei Mironov 7,7%.

ການ​ປ່ອນ​ບັດ​ເລືອກ​ຕັ້ງ​ປະທານ​າທິບໍດີ​ຄົນ​ໃໝ່​ຢູ່​ລັດ​ເຊຍ​ຈະ​ຖືກ​ຈັດ​ຕັ້ງ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 4/3 ດ້ວຍ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ 5 ທ່ານ. ຫາງ​ສຽງ​ຕີ​ລາຄາ​ທ່ານ​ນາຍົກລັດຖະມົນຕີ Putin ມີ​ຄວາມ​ສາມາດ​ໄດ້​ຮັບ​ໄຊຊະນະ​ໃນ​ຮອບ​ທີ 1 ຍ້ອນ​ທ່ານ​​ໄດ້​ເປັນ​ຜູ້ນຳ​ໃນ​ຫຼາຍ​ປີ​ຜ່ານ​ມາ, ທ່ານ​ໄດ້​ສະ​ແດງ​ຄວາມ​ສາມາດ​ໃນ​ການ​ຄຸ້ມ​ຄອງ ​ແລະ ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​ຂອງ​ຕົນ. ປະຈຸ​ບັນບາງ​ເຂດຫ່າງ​ໄກ​ຊອກ​ຫຼີກ​ຂອງ​ລັດ​ເຊຍ​ພວມ​ດຳ​ເນີນ​ການ​ເລືອກ​ຕັ້ງ​ກ່ອນ​ກຳນົດ​ເວລາ.

 

ຂ່າວ/ບົດ​ອື່ນ