ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ

(VOVWORLD) - ໂດຍສືບຕໍ່ການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ວັນທີ 28 ພະຈິກ, ທີ່ ເຊີອຸນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Moon Hee-sang.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Moon Hee-sang (ພາບ: VGP)

        ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະເໜີສະພາແຫ່ງຊາດ ສ.ເກົາຫຼີ ເອົາໃຈໃສ່, ສືບຕໍ່ສະໜັບສະໜູນປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ,  ມີຊີວິດການເປັນຢູ່ເປັນປົກກະຕິ, ພັດທະນາ, ເຊື່ອມຕົວເຂົ້າກັບສັງຄົມປະເທດປະຈຳຖິ່ນ.

        ສ່ວນທ່ານປະທານສະພາແຫ່ງຊາດ Moon Hee-sang ໄດ້ຢືນຢັນວ່າ ສະພາແຫ່ງຊາດ ສ.ເກົາຫຼີ ໄດ້ເຫັນດີເປັນເອກະພາບຢ່າງສູງກ່ຽວກັບແຜນນະໂຍບາຍສືບຕໍ່ຊຸກຍູ້ການພົວພັນກັບ ຫວຽດນາມ ໃນທຸດຂົງເຂດ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Park Won Soon ເຈົ້າຄອງນະຄອນ ເຊີອຸນ.

ຕອບກັບ

ຂ່າວ/ບົດ​ອື່ນ