ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບບັນດານັກທຸລະກິດຍິງດີເດັ່ນ

(VOVWORLD) -ນັກທຸລະກິດຍິງ ໄດ້ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມບຸກທະລຸ, ປະສິດທິຜົນ ເຊິ່ງລັດຖະບານໄດ້ວາງອອກໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດ ປີ 2019. 

        ວັນທີ 2 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບບັນດານັກທຸລະກິດຍິງດີເດັ່ນ, ເຊິ່ງເປັນສະມາຊິກຂອງສະພານັກທຸລະກິດຍິງຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີີ 8 ມີນາ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບບັນດານັກທຸລະກິດຍິງດີເດັ່ນ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖ່າຍຮູບກັບ ບັນດານັກທຸລະກິດຍິງ (ພາບ: TTXVN)

        ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີໃຫ້ບັນດານັກທຸລະກິດຍິງ ໄດ້ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມບຸກທະລຸ, ປະສິດທິຜົນ ເຊິ່ງລັດຖະບານໄດ້ວາງອອກໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດ ປີ 2019. ບັນດານັກທຸລະກິດຍິງ ຈົ່ງມານະພະຍາຍາມບືນຕົວຂຶ້ນຢ່າງແຮງກວ່າອີກ, ຍົກສູງກໍາລັງຄວາມສາມາດແກ້ງແຍ້ງ, ໝູນໃຊ້ເຕັກໂນໂລຢີທັນສະໄໝເຂົ້າໃນການຜະລິດດໍາເນີນທຸລະກິດ ແລະ ເຊື່ອມໂຍງເຂົ້າກັບສາກົນໃຫ້ດີກວ່າອີກ. ທ່ານນາຍົກລັດຖະມົນຕີຫວຽດນາມ ປາດຖະໜາວ່າ ສະພານັກທຸລະກິດຍິງຫວຽດນາມ ຍົກສູງປະສິດທິຜົນໃນການເຄື່ອນໄຫວ ແລະ ໃຫ້ການຊ່ວຍໜູນບັນດານັກທຸລະກິດຍິງ.ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢັ້ງຢືນວ່າ ລັດຖະບານ ຍາມໃດກໍຮ່ວມເດີນທາງພ້ອມກັບປະຊາຄົມນັກທຸລະກິດດ້ວຍເນື້ອໃນຈິດໃຈສ້າງສາ ແລະ ພັດທະນາ.


ຕອບກັບ

ຂ່າວ/ບົດ​ອື່ນ