ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບບັນດາສະມາຊິກສະພາແຫ່ງຊາດຍິງ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ
ຕ້ອນຮັບຄະນະສະມາຊິກສະພາແຫ່ງຊາດຍິງ
(ພາບ: chinhphu.vn)
(vovworld) – ທີ່ການຕ້ອນຮັບຄະນະສະມາຊິກສະພາແຫ່ງຊາດຍິງຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 83 ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ ແລະ ໄຂກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ໃນຕອນບ່າຍວັນທີ 21 ຕຸລາ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ຖືວ່າ ເພື່ອຍົກສູງວຽການວາງແຜນກຳນົດ, ບຳລຸງສ້າງແຫຼ່ງພະນັກງານຍິງ... ຕ້ອງທີມາດຕະການຢ່າງແທດຈິງຈາກບັນດາອົງການທີ່ມີໜ້າທີ່ໃນທົ່ວລະບົບການເມືອງ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ.
“ພັກມີມະຕິແລ້ວ, ສະພາແຫ່ງຊາດກໍ່ຮັບຮອງເອົາກົດໝາຍແລ້ວ, ບັນຫາແມ່ນພວກເຮົາຕ້ອງຫັນປ່ຽນສະຕິຮັບຮູ້ທາງສັງຄົມ ແລະ ຄວາມຮັບຮູ້ໃນບັນດາຄະນະພັກທຸກຂັ້ນ. ການປະຕິບັດຄວາມສະເໝີພາບລະຫວ່າງຍິງຊາຍແມ່ນມີວຽກງານຫຼາຍຢ່າງ ແລະ ຕ້ອງປະຕິບັດຢ່າງຄົບຊຸດ, ຕໍ່ເນື່ອງ... ແຕ່ມີເນື້ອໃນທີ່ເປັນພື້ນຖານນັ້ນແມ່ນ ອັດຕາພະນັກງານການນຳຍິງໃນບັນດາກົງຈັກຂອງລະບົບການເມືອງມີຄວາມໝາຍຕັດສິນການປະຕິບັດຄວາມສະເໝີພາບລະຫວ່າງຍິງຊາຍ”.
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຊື່ອໝັ້ນວ່າ, ກຸ່ມສະມາຊິກສະພາແຫ່ງຊາດຍິງ ພ້ອມກັບຄະນະກຳມະການເພື່ອຄວາມກ້າວໜ້າຂອງແມ່ຍິງ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງແມ່ຍິງຫວຽດນາມ, ມານະພະຍາຍາມສູ້ຊົນ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະຕິບັດບົດບາດເປັນຜູ້ຕາງໜ້າຂອງປະຊາຊົນໃຫ້ສຳເລັດຜົນ, ປະກອບຫຼາຍກວ່າອີກສ່ວນເຂົ້າໃນບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ ກໍ່ຄືວຽກງານສ້າງຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ຄວາມກ້າວໜ້າຂອງແມ່ນຍິງ.