ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຂົ້າຮ່ວມພິທີເປີດສະຫຼອງບາງກິດຈະກຳຢູ່ແຂວງ ກາເມົາ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຂົ້າຮ່ວມພິທີເປີດສະຫຼອງບາງກິດຈະກຳຢູ່ແຂວງ ກາເມົາ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້​ເຂົ້າ​ຮ່ວມ​ພິທີ​ປະກາດ​ຜະລິດ​ຕະພັນ​ການ​ຄ້າ​ທຳ​ອິດ​ຂອງ​ໂຮງງານຝຸ່ນ​​ເຄມີ ກາ​ເມົາ
(ພາບ: http://nguyentandung.org)

ຕອນ​ເຊົ້າ​ວັນ​ທີ 30/1, ຢູ່​ຕາ​ແສງ ​ແຄ໋ງ​ອານ, ​ເມືອງ ອູ​ນິນ, ​ແຂວງ​ກາ​ເມົາ, ທ່ານ​ນາຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີນ​ຢູງ​ ​ໄດ້​ເຂົ້າ​ຮ່ວມ​ພິທີ​ປະກາດ​ຜະລິດ​ຕະພັນ​ການ​ຄ້າ​ທຳ​ອິດ​ຂອງ​ໂຮງງານຝຸ່ນ​​ເຄມີ ກາ​ເມົາ ​ແລະ ປຸກລະດົມ​ການ​ແຂ່ງຂັນ​ອວຍພອນພັກ, ອວຍພອນ​ລະດູບານ​ໃໝ່. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​​ໄດ້​ເນັ້ນ​ໜັກ​ວ່າ:

 “ດ້ວຍ​ຄວາມ​ສາມາດ​ຜະລິດ​ຝຸ່ນ​ເຄມີ 800.000 ​ໂຕນ/ປີ, ​ໂຮງງານ​ຜະລິດ​ຝຸ່ນ​ເຄມີ​ກາ​ເມົາ​ຈະ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຝຸ່ນ​ເຄມີ​ໃນ​ທົ່ວ​ປະ​ເທດ​ໄດ້ 40% ​ແລະ ຕອບ​ສະໜອງ​ຄວາມ​ຕ້ອງການ​ຝຸ່ນ​ເຄມີ​ຜະລິດ​ກະສິກຳ​ຂອງ​ທົ່ວ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ຢ່າງ​ພຽງພໍ. ​ເມື່ອ​ໂຮງງານ​ຖືກ​ນຳ​ເຂົ້າ​ເຄື່ອນ​ໄຫວ​ພວກ​ເຮົາ​ຈະ​ບໍ່​ຕ້ອງ​ນຳ​ເຂົ້າ​ຝຸ່ນ​ເຄມີ 800.000 ​ໂຕນ, ​ເທົ່າ​ກັບ 400 ລ້ານ ​USD ອີກ”
 ​ໄລຍະ​ຈະ​ມາ​​ເຖິງ​, ​ເມື່ອ​ເປີດ​ສະຫຼອງໂຮງງານຝຸ່ນ​ເຄມີ ນິນ​ບິນ, ຫວຽດນາມ​ຈະ​ບໍ່​ຕ້ອງ​ນຳ​ເຂົ້າ​ຝຸ່ນ​ເຄມີ​​ເພື່ອ​ຮັບ​ໃຊ້​ການ​ຜະລິດ​ກະ​ສິກຳ. ທ່ານ​ນາຍົກລັດຖະມົນ​ຕີ​ໄດ້​ສະ​ເໜີ​ກຸ່ມ​ບໍລິສັດ​ນ້ຳມັນ - ອາຍ​​ແກັ​ດ​ແຫ່ງ​ຊາດ​ຫວຽດນາມ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນສືບ​ຕໍ່​​ໃຫ້​ເຂດ​ອຸດສາຫະກຳ​ນີ້​ເຄື່ອນ​ໄຫວຢ່າງ​ມີ​ປະສິດທິ​ຜົນ ​ແລະ ປອດ​ໄພ. ກໍ​ໃນ​ຕອນ​ເຊົ້າ​ວັນ​ທີ 30/1, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ຕັດ​ແຖບ​ຜ້າ​ເປີດ​ສະຫຼອງຂົວ ​ເດິ່ນກູ່​ງ ຂ​້າມຜ່ານ​ແມ່ນ້ຳ ​ໄບຮາດ ​ທີ່​ເຊື່ອມ​ຕໍ່​ເມືອງ​ກ໋າຍ​ເນືອກ ​ແລະ ນຳ​ກັນ​ຂອງ​ແຂວງ​ກາ​ເມົາ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ກໍ່​ໄດ້​​ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫຼອງ​ເຂດ​ອະນຸ​ສະຖານ​ປະທານ​ໂຮ່​ຈີ​ມິ​ນຢູ່​ນະຄອນ​ກາ​ເມົາ.

ຂ່າວ/ບົດ​ອື່ນ