ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຊອ​ກ​ຮຸ້​ກ່ຽວ​ກັບ​ຮູບ​ແບ​ບ​ຄຸ້ມ​ຄອງ, ພັດ​ທະ​ນາ​ທ່າ​ກ່ຳ​ປັ່ນ Rotterdam, ໂຮນ​ລັງ

(VOVWORLD) -ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ໂຮນລັງ ຢ່າງເປັນທາງການ, ຕອນເຊົ້າວັນທີ 13 ທັນວາ ຕາມເວລາທ້ອງຖິ່ນ, ຢູ່ນຄອນ La Haye, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຊອກຮູ້ກ່ຽວກັບຮູບແບບຄຸ້ມຄອງ, ພັດທະນາທ່າກ່ຳປັ່ນ Rotterdam, ໂຮນລັງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຊອ​ກ​ຮຸ້​ກ່ຽວ​ກັບ​ຮູບ​ແບ​ບ​ຄຸ້ມ​ຄອງ, ພັດ​ທະ​ນາ​ທ່າ​ກ່ຳ​ປັ່ນ Rotterdam, ໂຮນ​ລັງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຊອກຮູ້ກ່ຽວກັບຮູບແບບຄຸ້ມຄອງ, ພັດທະນາທ່າກ່ຳປັ່ນ Rotterdam, ໂຮນລັງ

 ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ປາດຖະໜາວ່າ ໂຮນລັງ ແລະ ບໍລິສັດຄຸ້ມຄອງທ່າກ່ຳປັ່ນ Rotterdam ຮ່ວມມືກັບ ຫວຽດນາມ ໃນຂົງເຂດຂົນສົ່ງທາງທະເລ ແລະ ທ່າກ່ຳປັ່ນທະເລ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ບໍລິສັດຄຸ້ມຄອງທ່າກ່ຳປັ່ນ Rotterdam ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຂອງ ຫວຽດນາມ ສືບຕໍ່ຄົ້ນຄວ້າຄວາມສາມາດບົ່ມຊ້ອນກ່ຽວກັບທີ່ຕັ້ງພູມສາດ, ປະລິມານສິນຄ້າ…ຂອງ ຫວຽດນາມ ແລະ ພາກພື້ນ; ດ້ວຍຄວາມປາດຖະໜາຢາກສ້າງທ່າກ່ຳປັ່ນຄ່ຽນຖ່າຍສິນຄ້າສາກົນ ຢູ່ ຫວຽດນາມ ທີ່ມີຄວາມເຂັ້ມແຂງຢ່າງພຽງພໍເພື່ອແກ້ງແຍ້ງກັບບັນດາສູນຄ່ຽນຖ່າຍສິນຄ້າໃນພາກພື້ນ.

        ນີ້ແມ່ນການເຄື່ອນໄຫວສຸດທ້າຍຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນການຢ້ຽມຢາມລາຊະອານາຈັກ ໂຮນລັງ. ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເດີນທາງໄປຢ້ຽມຢາມລາຊະອານາຈັກ ແບນຊິກ ຢ່າງເປັນປະທາງການ, ເຂົ້າຮ່ວມກອງປະຊຸມສຸດຍອດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນ ອາຊຽນ - ສະຫະພາບເອີຣົບ (ອີຢູ) ຄົບຮອບ 45 ປີ ຢູ່ ແບນຊິກ.

ຫວູຄວຽນ 

ຕອບກັບ

ຂ່າວ/ບົດ​ອື່ນ