ທ່ານ​​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ໄທ ໄປ​ສຳຫຼວດເຂດ ຈອງ​ບົກ

(VOVWORLD) - ທ່ານນາຍົກລັດຖະມົນຕີ ໄທ ນາງ ແພທອງທານ ຊິນນະວັດ ໄດ້ພົບປະກັບກຳລັງຮັບຜິດຊອບໜ້າທິ່ພິເສດ ສຸຣານະຣາ ລະດົມກຳລັງໃຈທະຫານ...
ທ່ານ​​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ໄທ ໄປ​ສຳຫຼວດເຂດ ຈອງ​ບົກ - ảnh 1

(ພາບ: ຫ້ອງວ່າການນາຍົກລັດຖະມົນຕີ ໄທ)

   ວັນທີ 20 ມິຖຸນາ, ທ່ານນາຍົກລັດຖະມົນຕີ ໄທ ນາງ ແພທອງທານ ຊິນນະວັດ ໄດ້ໄປສຳຫຼວດແຂວງ ອຸບອນ ຣາດຈະທານີ ເພື່ອແນໃສ່ລະດົມກຳລັງໃຈນັກຮົບ ແລະ ຕີລາຄາສະພາບຄວາມສະຫງົບປອດໄພເຂດຊາຍແດນ ຈອງບົກ ລະຫວ່າງ ໄທ-ກຳປູເຈຍ ຊື່ງແມ່ນແຫ່ງເກີດການປະທະກັນລະຫວ່າງກຳລັງສອງປະເທດໃນວັນທີ 28 ພຶດສະພາທີ່ຜ່ານມາ.

  ຢູ່ຖານທີ່ໝັ້ນສູ້ຮົບ ມໍລຣະກົດ, ທ່ານນາຍົກລັດຖະມົນຕີ ໄທ ນາງ ແພທອງທານ ຊິນນະວັດ ໄດ້ພົບປະກັບກຳລັງຮັບຜິດຊອບໜ້າທິ່ພິເສດ ສຸຣານະຣາ ລະດົມກຳລັງໃຈທະຫານ ແລະ ຢັງຢືນວ່າ ລັດຖະບານ ໄທ ໃຫ້ຄຳໝັ້ນສັນຍາ ຈະອອກແຮງໜູນຊ່ວຍກຳລັງປະກອບອາວຸດ ແລະ ເນັ້ນນັກວ່າ ກອງທັບແມ່ນເຄື່ອງກຳບັງຂອງຊາດ ແລະ ຕ້ອງຮັບປະກັນເຄື່ອງກຳບັງນີ້ຢ່າງແຮງ ທັງດ້ານວັດຖຸ ແລະ ຈິດໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ