ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ເຊື່ອມຕໍ່ເສດຖະກິດໃນພາກພື້ນແມ່ຂອງຕ້ອງໄດ້ຮັບຖືວ່າແມ່ນຈຸດສຸມ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ເຊື່ອມຕໍ່ເສດຖະກິດໃນພາກພື້ນແມ່ຂອງຕ້ອງໄດ້ຮັບຖືວ່າແມ່ນຈຸດສຸມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກ່າວ​ຄຳ​ປາ​ໄສ​ໄຂ
​ກອງ​ປະ​ຊຸມ
ພາບ:vov

(vovworld)-​ຕອນ​ບ່າຍ​ວັນ​ທີ 25/10 ຢູ່​ສູນກອງ​ປະ​ຊຸມ​ແຫ່ງ​ຊາດ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ກ່າວ​ຄຳ​ປາ​ໄສ​ໄຂ​ກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ກ່ຽວ​ກັບ​ແມ່​ຂອງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕີ​ລາ​ຄາ​ສູງ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ​ໃນ​ທ້າຍ​ປີ 2015 ພ້ອມ​ກັບ​ການ​ພັດ​ທະ​ນາ​ຂອງ​ບັນ​ດາ​ແລວ​ຄົມ​ມະ​ນາ​ຄົມ​ໃນ​ອະ​ນ​ຸ​ພາກ​ພື້ນ ແລະ ບັນ​ດາ​ການ​ຮ່ວມ​ສຳ​ພັນ​ດ້ານ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພາກ​ພື້ນ​ແມ່​ຂອງ ພວມ​ປະ​ສົບ​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ຄື: ຊ່ອງ​ຫວ່າງ​ການ​ພັດ​ທະ​ນາ​ເມື່ອ​ທຽບ​ໃສ່​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ອື່ນ​ໃນ​ອາ​ຊຽນ​ຍັງ​ໃຫຍ່​ຫລວງ, ທ່າ​ໄດ້​ປຽບ​ແຮງ​ງານ, ລາຍ​ຈ່າຍ​ຕ່ຳ​ພວມ​ຄ່ອຍໆ​ຫລຸດ​ລົງ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ເກີດ​ຂຶ້ນ​ຢ່າງວ່ອງ​ໄວ​ກວ່າ​ເມື່ອ​ທຽບ​ໃສ່​ການ​ຄາດ​ຄະ​ເນ. ຜ່ານກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ກ່ຽວ​ກັບ​ພາກ​ພື້ນ​ແມ່​ຂອງ​ຄັ້ງ​ນີ້, ຫວຽດ​ນາມ ປາດ​ຖະ​ຫນາ​ຢາກ​ບັນ​ດາ​ປະ​ເທດ, ວິ​ສາ​ຫະ​ກິດ​ຢູ່​ແມ່​ຂອງ ໂອ້​ລົມ​ສົນ​ທະ​ນາ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ​ເວ​ທີ​ປາ​ໄສ​ກ່ຽວ​ກັບ​ບັນ​ດາ​ແນວ​ຄວາມ​ຄິດ, ມາດ​ຕະ​ການ​ເພີ່ມ​ທະ​ວີ​ຄູ່​ຮ່ວມ​ມື​ພາກ​ລັດ -ເອ​ກະ​ຊົນ, ພັດ​ທະ​ນາ​ການ​ຮ່ວມ​ມື​ດຳ​ເນີນ​ທ​ຸ​ລະ​ກິດ, ການ​ລົງ​ທຶນ ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ບັນ​ດາ​ຝ່າຍ.

“ເຊື່ອມ​ຕໍ່​ເສດ​ຖະ​ກິດ ແມ່ນ​ຈຸດ​ສຸມ​ບຸ​ລິ​ມະ​ສິດ. ບັນ​ດາ​ປະ​ເທດ​ແມ່​ຂອງ ພ້ອມ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຢູ່​ພາຍ​ໃນ ແລະ ນອກ​ພາກ​ພື້ນ ຄວນ​ສືບ​ຕໍ່​ຍູ້​ແຮງ​ການ​ເຊື່ອມ​ຕໍ່​ຄົມ​ມະ​ນາ​ຄົມ​ໃນ​ບັນ​ດາ​ແລວ​ເສດ​ຖະ​ກິດ​ອະ​ນຸ​ພາກ​ພື້ນ. ຫວຽດ​ນາມ ມີ​ຫລາຍ​ນະ​ໂຍ​ບາຍ​ສ້າງ​ຄວາມ​ສະ​ດວກ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ, ບັນ​ດາ​ວິ​ສາ​ຫະ​ກິດ​ເຂົ້າ​ຮ່ວມ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ ແລະ ລະ​ບົບ​ການ​ຜະ​ລິດ.”

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຖື​ວ່າ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ ແລະ ການ​ທ່ອງ​ທ່ຽວ ແມ່ນ​ກຳ​ລັງ​ຫນູນ​ສຳ​ຄັນ​ໃນ​ພາກ​ພື້ນ, ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ແມ່​ຂອງ ຄວນ​ປ່ຽນ​ໃຫມ່​ຫົວ​ຄິດ​ປະ​ດິດ​ສ້າງ, ຍົກ​ສູງ​ກຳ​ລັງ​ແກ້ງ​ແຍ້ງ. ຫວຽດ​ນາມ ພວມ​ປ່ຽນ​ໃຫມ່​ຮູບ​ແບບ​ການ​ເຕີບ​ໂຕ​ເພື່ອ​ຍົກ​ສູງ​ລະ​ດັບ​ການ​ພັດ​ທະ​ນາ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ເມື່ອ​ເນັ້ນ​ຫນັກ​ເຖິງ​ບັນ​ຫາ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ກວມ​ລວມ ຕ້ອງ​ແມ່ນ​ຈຸດ​ໝາຍ​ຕົ້ນ​ຕໍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ:

        “ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ພ້ອມ​ກັບ​ການ​ເຄື່ອນ​ໄຫວ​ຂຸດ​ຄົ້ນແມ່​ນ້ຳ​ຂອງບໍ່​ມີ​ຄວາມ​ຍືນ​ຍົງ, ພວມ​ວາງ​ສິ່ງ​ທ້​າ​ທາຍ​ໃຫຍ່​ສຳ​ລັບ​ສິ່ງ​ແວດ​ລ້ອມ, ຄ້ຳ​ປະ​ກັນ​ສະ​ບຽງ​ອາ​ຫານ ແລະການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ພາກ​ພື້ນ​ແມ່​ຂອງ. ສະ​ນັ້ນ ການ​ຈັດ​ແບ່ງບໍ່​ສະ​ຫມ່ຳ​ສະ​ເຫມີ, ບັນ​ດາ​ໝາກ​ຜົນ​ຂອງ​ການ​ເຕີບ​ໂຕ ແລະ ການ​ເຊື່ອມ​ໂຍງ, ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດ​ທະ​ນາ ແລະ ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຮອດ​ປີ 2030 ແມ່ນ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ​ບຸ​ລິ​ມະ​ສິດ​ໃນ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ແມ່​ຂອງ ແລະ ຍຸດ​ທະ​ສາດ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ, ປ​ະ​ຊາ​ຊົນ​ທຸ​ກ​ຄົນ​ມີ​ກາ​ລະ​ໂອ​ກາດ​ໄດ້​ຊົມ​ໃຊ້​ໝາກ​ຜົນ​ແຫ່ງ​ການ​ພັດ​ທະ​ນາ.”


ຕອບກັບ

ຂ່າວ/ບົດ​ອື່ນ