ທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງຕ້ອນຮັບຮອງນາຍົກລັດຖະມົນຕີສເຢຍລະມັນ

ທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງຕ້ອນຮັບຮອງນາຍົກລັດຖະມົນຕີສເຢຍລະມັນ - ảnh 1
ທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງຕ້ອນຮັບຮອງນາຍົກລັດຖະມົນຕີສເຢຍລະມັນ
(ພາບ: nguyentandung.org)

(vovworld) - ທີ່​ການ​ຕ້ອນຮັບ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ເສດຖະກິດ ​ແລະ ພະລັງງານ ສ​.ເຢຍລະ​ມັນ Sigmar Gabriel ​ໃນ​ຕອນ​ເຊົ້າ​ວັນ​ທີ 21/11 ຢູ່​ນະຄອນ​ໂຮ່ຈີ​ມິນ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ໋ນຢຸງ ຢັ້ງຢືນ​ວ່າ​ຍາມ​ໃດ​ຫວຽດນາມ​ກໍ່​ຍິນ​ດີ​ຕ້ອນຮັບ ​ແລະ ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເຢຍລະ​ມັນ​ຮ່ວມ​ມື, ລົງທຶນ​ຢ່າງ​ມີ​ປະສິດທິ​ຜົນ, ຍາວ​ນານ ​ແລະ ສຳ​ເລັດ​ຜົນ​ຢູ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ໋ນຢຸງ ຫວັງ​ວ່າ ​ເຢຍລະ​ມັນ​ຈະ​ສະໜັບສະໜູນ​ຢ່າງ​ແຮງ ​ເພື່ອ​ໃຫ້​ສັນຍາ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ອີ​ຢູ ​ໄດ້​ຮັບ​ການ​ເຊັນ​ອະນຸມັດ​ໂດຍ​ໄວ ກໍ່​ຄື​ໄດ້​ຮັບ​ການ​ສະໜັບສະໜູນ​ເພື່ອ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ FTA ລະຫວ່າງ​ຫວຽດນາມ - ອີ​ຢູ​ໂດຍ​ໄວ.

ສ່ວນ ຮອງ​ນາຍົກລັດຖະມົນຕີ Sigmar Gabriel ກໍ່​ຢືນຢັນວ່າ ​ເຢຍລະ​ມັນ​ຖື​ເປັນ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ພົວພັນ​ກັບ​ຫວຽດນາມ​ໃນ​ທຸກ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວັດທະນະທຳ, ການ​ສຶກສາ, ການທ່ອງທ່ຽວ… ທ່ານ​ກໍ່​ຖື​ວ່າ​ເຢຍລະ​ມັນ​ວິຕົກ​ກັງວົນ​ຕໍ່​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ເພາະວ່າ​ນີ້​ແມ່ນ​ແຫ່ງ​ທີ່​ມີ​ທາງ​ເດີນ​ທະ​ເລ​ສາກົນ​ທີ່​ສຳຄັນ, ດ້ວຍກວ່າ 50% ຈຳນວນ​ສິນຄ້າ​ແມ່ນ​ຂົນ​ສົ່ງທາງ​ທະ​ເລ​ຂອງ​ໂລກ.

ຂ່າວ/ບົດ​ອື່ນ