ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ຈີເລ ແລະ ການາດາ

(VOVWORLD) -ໃນຖານະຕໍາແໜ່ງເອກອັກຄະລັດຖະທູດ, ທ່ານນາງ Deborah Anne Paul ຈະມານະພະຍາຍາມເພື່ອໃຫ້ຫວຽດນາມ ແລະ ການາດາ ສືບຕໍ່ຍູ້ແຮງການຮ່ວມມືດ້ານການຄ້າ

ໃນວັນທີ 29 ມັງກອນ, ທີ່ການຕ້ອນຮັບທ່ານ Jaime Chomali Garib ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຈີເລ ເຂົ້າຢ້ຽມຂໍ່ານັບ ເນື່ອງໃນໂອກາດມາຮັບໜ້າທີ່ທາງການທູດຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ  ຫງວຽນຊວນຟຸກ ຖືວ່າ ຫວຽດນາມ ແລະ ຈີເລ ຄວນຊຸກຍູ້ການລົງທຶນດ້ານການຄ້າໃຫ້ຫຼາຍກວ່າ ເພື່ອໃຫ້ສົມກັບຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດ; ພ້ອມທັງສະເໜີໃຫ້ບັນດາກະຊວງ, ຂະແໜງການ, ວິສາຫະກິດ ຈີເລ ແລະ ຫວຽດນາມ ຄວນເພີ່ມທະວີການຊອກຮູ້ກ່ຽວກັບຕະຫຼາດສອງຝ່າຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກຮັກສາການເຄື່ອນໄຫວຂອງບັນດາກົນໄກສະພາການຄ້າເສລີ ເພື່ອແນໃສ່ຫັນບັນດາກາລະໂອກາດການຮ່ວມມືເປັນລະອຽດ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ຈີເລ ແລະ ການາດາ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ  ທ່ານ Jaime Chomali Garib ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຈີເລ (ພາບ: chinhphu.vn)

        ສ່ວນທ່ານ, ທ່ານ Jaime Chomali Garib ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຈີເລ ໃຫ້ຮູ້ວ່າ ປີ 2019, ຈີເລ ຈະຈັດຕັ້ງກອງປະຊຸມສາກົນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຫວັງວ່າ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມຄັ້ງນີ້ ຢ່າງຕັ້ງໜ້າ. ທ່ານເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມປາດຖະໜາ ຫວຽດນາມ ຈະສະໜັບສະໜູນ ຈີເລ ກາຍເປັນຄູ່ຮ່ວມມືຂອງ ອາຊຽນ.

        ແລະກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ການາດາ, ທ່ານນາງ Deborah Anne Paul. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ໃນຖານະຕໍາແໜ່ງເອກອັກຄະລັດຖະທູດ, ທ່ານນາງ Deborah Anne Paul ຈະມານະພະຍາຍາມເພື່ອໃຫ້ຫວຽດນາມ ແລະ ການາດາ ສືບຕໍ່ຍູ້ແຮງການຮ່ວມມືດ້ານການຄ້າ; ພ້ອມທັງສະເໜີ ຝ່າຍ ການາດາ ຈັດຕັ້ງຄະນະວິສາຫະກິດການາດາ ມາຢ້ຽມຢາມ ຫວຽດນາມໃຫ້ຫຼາຍກວ່າອີກ ເພື່ອຊອກຮູ້ກ່ຽວກັບຕະຫຼາດ ຫວຽດນາມ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ຈີເລ ແລະ ການາດາ - ảnh 2 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ການາດາ, ທ່ານນາງ Deborah Anne Paul (ພາບ:TTXVN)

        ສ່ວນທ່ານນາງ Deborah Anne Paul ໃຫ້ຮູ້ວ່າ ການາດາ ພ້ອມແລ້ວທີ່ຈະສະໜັບສະໜູນຫວຽດນາມ ໃນຖານະເປັນປະທານ ອາຊຽນ ປີ 2020 ແລະ ເນັ້ນໜັກວ່າ ປີ 2019 ນີ້, ສອງປະເທດ ຈະຈັດຕັ້ງການສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 45 ປີ, ນີ້ແມ່ນຈຸດເວລາສະດວກ ເພື່ອໃຫ້ຫວຽດນາມ ແລະ ການາດາ ຜັນຂະຫຍາຍບັນດາການເຄື່ອນໄຫວ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ