ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟູກ ເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກຕຳຫຼວດສູນກາງຄັ້ງທີ 7

(VOVWORLD) -ຕຳຫຼວດປະຊາຊົນຕ້ອງຢຶດໝັ້ນຫຼັກການພັກຊີ້ນຳຢ່າງເດັດຂາດ, ໂດຍກົງ, ຮອບດ້ານກ່ຽວກັບທຸກດ້ານ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟູກ ເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກຕຳຫຼວດສູນກາງຄັ້ງທີ 7 - ảnh 1 (ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟູກ ເຂົ້າຮ່ວມກອງປະຊຸມ)

ຕອນເຊົ້າວັນທີ 12 ຕຸລາ, ກອງປະຊຸມໃຫຍ່ອົງຄະນະພັກຕຳຫຼວດສູນກາງຄັ້ງທີ 7, ອາຍຸການ 2020 – 2025, ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມໃຫຍ່.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ຕຳຫຼວດປະຊາຊົນຕ້ອງຢຶດໝັ້ນຫຼັກການພັກຊີ້ນຳຢ່າງເດັດຂາດ, ໂດຍກົງ, ຮອບດ້ານກ່ຽວກັບທຸກດ້ານ. ສະມາຊິກ, ພະນັກງານ, ຕຳຫຼວດແຕ່ລະຄົນຕ້ອງຊາບຊຶມສະຕິຄວາມຮັບຮູ້ຢ່າງເລິກເຊິ່ງທີ່ວ່າ ຍັງມີພັກແມ່ນຍັງມີເຮົາ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ຕ້ອງສືບຕໍ່ເອົາໃຈໃສ່ກໍ່ສ້າງອົງຄະນະພັກຕຳຫຼວດສູນກາງໃຫ້ນັບມື້ນັບເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ຄຸນສົມບັດ; ຍົກສູງກຳລັງຊີ້ນຳນຳພາຢ່າງຮອບດ້ານ ແລະ ກຳລັງສູ້ຮົບຂອງບັນດາອົງການຈັດຕັ້ງພັກ; ສ້າງກຳລັງຕຳຫຼວດປະຊາຊົນໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ກະທັດລັດ, ຫັນເປັນທັນສະໄໝເທື່ອລະກ້າວ… ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກຳລັງຕຳຫຼວດບໍ່ພຽງແຕ່ຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເທົ່ານັ້ນ, ຫາກຍັງປະກອບສ່ວນສຳຄັນເຂົ້າໃນພາລະກິດສ້າງສາສັນສະພາບແວດລ້ອມດຳເນີນທຸລະກິດເປັນຢ່າງດີ, ຊຸກຍູ້ການພັດທະນາເສດຖະກິດ, ແກ້ໄຂວຽກເຮັດງານທຳ… ອີກດ້ວຍ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຊື່ອໝັ້ນວ່າ, ອົງຄະນະພັກຕຳຫຼວດສູນກາງ ຈະເສີມຂະຫຍາຍບັນດາຜົນງານວິລະກຳທີ່ບັນລຸໄດ້, ສືບຕໍ່ຊີ້ນຳນຳພາກຳລັງຕຳຫຼວດປະຊາຊົນ ສ້າງບັນດາຜົນງານ, ມູນເຊື້ອສະຫງ່າລາສີຂອງກຳລັງຕຳຫຼວດປະຊາຊົນຫວຽດນາມ ວິລະຊົນກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ