ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 90 ປີວັນໜັງສືພິມ ລາວດົ້ງ ອອກສະບັບທໍາອິດ

(VOVWORLD) -  ຕອນເຊົ້າວັນທີ 11 ສິງຫາ, ຢູ່ຮ່າໂນ້ຍ, ໜັງສືພິມ ລາວດົ້ງ ແປວ່າ ແຮງງານ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນພິມຈໍາໜ່າຍສະບັບທໍາອິດຄົບຮອບ 90 ປີ (14/08/1929 – 14/08/2019) ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນ 1. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ຊົມເຊີມຄະນະບັນນາທິການ, ນັກຂ່າວໜັງສືພິມ ລາວດົ້ງ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ກໍໄດ້ຝາກກະເຊົ້າດອກໄມ້ອວຍພອນ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 90 ປີວັນໜັງສືພິມ ລາວດົ້ງ ອອກສະບັບທໍາອິດ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຂວັນຟຸກ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ໝູ່ຄະນະໜັງສືພິມ ລາວດົ້ງ  (ພາບ: TTXVN)

        ໂດຍໄດ້ພິມຈໍາໜ່າຍສະບັບທໍາອິດໃນວັນທີ 14 ສິງຫາ 1929, ໜັງສືພິມລາວດົ້ງ ແມ່ນໜຶ່ງໃນສອງສໍານັກຂ່າວສານທີ່ໄດ້ສ້າງຕັ້ງໄວກວ່າໝູ່ໃນພື້ນຖານສື່ມວນຊົນປະຕິວັດຫວຽດນາມ ແລະ ແມ່ນໜຶ່ງໃນບັນດາສໍານັກຂ່າວສານທໍາອິດຂອງຫວຽດນາມ ສ້າງຕັ້ງໜັງສືພິມອອນລາຍ ຄືວັນທີ 19  ພຶດສະພາ 1999. ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຫງວຽນດິ່ງແຄງ ປະທານສະຫະພັນໃຫຍ່ແຮງງານຫວຽດນາມ ເນັ້ນໜັກວ່າ:

        “ໝູ່ຄະນະ ແລະ ພະນັກງານສໍານັກຂ່າວສານ ລາວດົ້ງ ທຸກຄົນຄວນຍົກສູງນໍ້າໃຈ, ຄວາມຮັບຜິດຊອບໃນການຄັດເລືອກຂໍ້ມູນຂ່າວ, ກວດແກ້ໃຫ້ຊັດເຈນ, ປະຕິບັດໜ້າທີ່ກໍານົດທິດຫາງສຽງໃຫ້ເປັນຢ່າງດີ. ເມື່ອມີຂໍ້ມູນຂ່າວ, ບັນຫາເກີດໃໝ່ທີ່ສັບສົນ ກໍ່ຄວາມຮ້ອນເຮັ່ງໃຫ້ແກ່ຫາງສຽງ ໂດຍສະເພາະແມ່ນບັນດາບັນຫາທີ່ກ້ຽວຂ້ອງເຖິງສະມາຊິກຊາວໜຸ່ມ, ກໍາມະບານ ແມ່ນສະເໜີໃຫ້ສ່ອງແສງຢ່າງທັນການເຖິງສະຫະພັນໃຫຍ່ແຮງງານ ເພື່ອມີການຊີ້ນໍາ, ກໍານົດທິດສະໜອງຂໍ້ມູນຂ່າວໃຫ້ແກ່ຫາງສຽງ”.

        ທີ່ພິທີ, ຕາງໜ້າພັກ, ລັດ ຫວຽດນາມ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຂວັນຟຸກ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ໝູ່ຄະນະໜັງສືພິມ ລາວດົ້ງ ແລະ ຫຼຽນໄຊແຮງງານຊັ້ນສາມ ໃຫ້ແກ່ທ່ານ ຫງວຽນງອກຫຽນ ບັນນາທິການໃຫຍ່ໜັງສືພິມລາວດົ້ງ ທີ່ໄດ້ມີຜົນງານດີເດັ່ນໃນການປະຕິບັດງານໄລຍະ 2014 – 2018, ປະກອບສ່ວນເຂົ້າໃນພາລະກິດແຫ່ງການກໍ່ສ້າງສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດ. 

ຕອບກັບ

ຂ່າວ/ບົດ​ອື່ນ