ທ່ານນາຍົກລັດຖະມົນຕີເປັນປະທານວາລະປະຊຸມຄະນະຊີ້ນຳຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດແຫ່ງຊາດ

(VOVWORLD) - ວາລະປະຊຸມໄດ້ຕີລາຄາໝາກຜົນການເຄື່ອນໄຫວຂອງຄະນະຊີ້ນຳໃນໄລຍະຜ່ານມາຢ່າງຮອບດ້ານ, ຍົກອອກທິດທາງໃນໄລຍະຈະມາເຖິງ.
ທ່ານນາຍົກລັດຖະມົນຕີເປັນປະທານວາລະປະຊຸມຄະນະຊີ້ນຳຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດແຫ່ງຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມິນຈີງ ກ່າວຄຳເຫັນທີ່ວາລະປະຊຸມ
(ພາບ: VGP)

        ຕອນບ່າຍວັນທີ 25 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມິນຈີງ, ຫົວໜ້າຄະນະຊີ້ນຳຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດແຫ່ງຊາດ, ເປັນປະທານວາລະປະຊຸມເທື່ອທີ 2 ຂອງຄະນະຊີ້ນຳ.

        ວາລະປະຊຸມໄດ້ຕີລາຄາໝາກຜົນການເຄື່ອນໄຫວຂອງຄະນະຊີ້ນຳໃນໄລຍະຜ່ານມາຢ່າງຮອບດ້ານ, ຍົກອອກທິດທາງໃນໄລຍະຈະມາເຖິງ. ທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຊີ້ແຈ້ງວ່າ, ຕ້ອງເປັນເຈົ້າການຮັບມືກັບບັນດາສິ່ງທ້າທາຍຈາກອິນເຕີເນັດ, ຕ້ອງມີການເຂົ້າຮ່ວມຂອງທັງລະບົບການເມືອງ, ປະຊາຄົມວິສາຫະກິດ ແລະ ປະຊາຊົນ.

        ເພື່ອປະຕິບັດ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ຄະນະຊີ້ນຳເປັນເອກະພາບບາງໜ້າທີ່ຈຸດສຸມ, ຄື: ສືບຕໍ່ເສີມຂະຫຍາຍບົດບາດໃຈກາງໃຫ້ເປັນຢ່າງດີ; ບໍລິຫານ, ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນປະຕິບັດວຽກງານປົກປັກຮັກສາຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດຂອງ ຫວຽດນາມ ເປັນຢ່າງດີ; ພ້ອມທັງ, ຕ້ອງຮັບປະກັນຄວາມຮຽກຮ້ອງກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ແລະ ຊຸກຍູ້ການຫັນເປັນດີຈີຕອນລະດັບຊາດ. ຍູ້ແຮງການຄົ້ນຄວ້າ, ເປັນເຈົ້າຕົນເອງໃນການພັດທະນາເຕັກໂນໂລຊີ, ຜະລິດຕະພັນ, ການບໍລິການປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ຫວຽດນາມ; ເພີ່ມທະວີການຊີ້ນຳບໍລິຫານວຽກງານຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດໃນການຫັນປະເທດຊາດເປັນດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ