ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ຕ້ອນຮັບຜູ້ວ່າການແຂວງ ກາລູກາ ແຫ່ງລັດເຊຍ


ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ຕ້ອນຮັບຜູ້ວ່າການແຂວງ ກາລູກາ ແຫ່ງລັດເຊຍ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຜູ້​ວ່າ​ການ​ແຂວງ ກາ​ລູ​ກາ ແຫ່ງສ. ລັດ​ເຊຍ Artamonov Anatoliy

(vovworld)- ຕອນ​ບ່າຍ​ວັນ​ທີ 23/3, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຜູ້​ວ່າ​ການ​ແຂວງ ກາ​ລູ​ກາ ແຫ່ງສ. ລັດ​ເຊຍ Artamonov ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ​ ແລະ ເຮັດ​ວຽກ​ຢູ່ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ສະ​ເໜີ ​ຜູ້​ວ່າ​ການ​ແຂວງ ກາ​ລູ​ກາ ແຫ່ງສ. ລັດ​ເຊຍ ພ້ອມ​ດ້ວຍ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ລັ​ດ​ເຊຍ​ຈົ່ງ​ຫັນ​ບ​ັນ​ດາ​ເນື້ອ​ໃນ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ໃຫ້​ເປັນ​ລະ​ອຽດ, ເພີ່ມ​ທະ​ວີ​ການ​ປະ​ຕິ​ບັດ​ບັນ​ດາ​ສັນ​ຍາ​ລະ​ຫວ່າງ 2 ປະ​ເທດ​ທີ່​ໄດ້​ລົງ​ນາມ​ເປັນ​ຢ່າງ​ດີ. ສ່ວນ​ຜູ້​ວ່າ​ການ​ແຂວງ ກາ​ລູ​ກາ ແຫ່ງສ. ລັດ​ເຊຍ Artamonov ເນັ້ນ​ໜັກ​ວ່າ ທາງ​ແຂວງ​ພວມ​ປະ​ຕິ​ບັດຫຼາຍ​ນະ​ໂຍ​ບາຍ​ດຶງ​ດູດ​ການ​ລົງ​ທຶນ, ພ້ອມ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ເຄື່ອນ​ໄຫວ​ໃນ​ບໍ​ລິ​ເວນ​ແຂວງ.

       ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ກໍ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສິງ​ກະ​ໂປ Ng Teck Hean ເຂົ້າ​ຢ້ຽມ​ອຳ​ລາ​ເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ອາ​ຍຸ​ການ​ປະ​ຕິ​ບັດ​ງານ​ຢູ່​ຫວຽດ​ນາມ.
ຂ່າວ/ບົດ​ອື່ນ