ທ່ານປະທານປະເທດເຈີ່ນດ້າຍກວາງພົບປະສັງສັນບັນດາຜູ້ແທນທີ່ເຄີຍຮັບໃຊ້ປະທານໂຮ່ຈີມິນ

ທ່ານປະທານປະເທດເຈີ່ນດ້າຍກວາງພົບປະສັງສັນບັນດາຜູ້ແທນທີ່ເຄີຍຮັບໃຊ້ປະທານໂຮ່ຈີມິນ - ảnh 1
ທ່ານປະທານປະເທດເຈີ່ນດ້າຍກວາງພົບປະສັງສັນ
ບັນດາຜູ້ແທນທີ່ເຄີຍຮັບໃຊ້ປະທານໂຮ່ຈີມິນ
(ພາບ: NhanSang/TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 19/05 ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ພົບ​ປະ​ສັງ​ສັນກັບ​ຜູ້​ແທນ 56 ທ່ານ ​ເປັນ​ພະນັກງານ, ນັກຮົບ​ທີ່​ເຄີຍ​ຮັບ​ໃຊ້, ປ້ອງ​ກັນ​ປະທານ​ໂຮ່ຈີ​ມິນ​ ​ໃນ​ໄລຍະ​ເວລາ​ນັບ​ແຕ່​ປີ 1941 ມາ​ຮອດ​​ໄລຍະ​ປະທານ​ໂຮ່ຈີ​ມິນ​ເຖິງ​ແກ່​ມໍລະນະ​ກຳ. ກ່າວ​ຄຳ​ເຫັນນະ​ທີ່​ນີ້ ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຊີ້​ແຈ້ງວ່າ: ​ໃນ​ໄລຍະ​ປະຈຸ​ບັນ ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ ​ໄດ້ ​ແລະ ພວມ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ແນວ​​ຄິດ, ຄຸນສົ​ມບັດ, ວິຖີ​ຊີວິດ​ຂອງ​ປະທານ ​ໂຮ່ຈີ​ມິນ. ​ເລື່ອງ​ສຳຄັນ ​ແລະ ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບ​ຢ່າງ​ແນວ​ຄິ​​ດ, ຄຸນສົມບັດ, ວິຖີ​ຊີວິດປະທານ ​ໂຮ່ຈີ​ມິນ ​ເພື່ອ​ໃຫ້​ບັນດາ​ທັດສະນະ, ​ແນວ​ຄິດ, ວິຖີ​ຊີວິດ​ຂອງ ປະທານ​ໂຮ່ຈີ​ມິນ ​ໄດ້​ຮັບການ​ແຜ່​ຂະຫຍາຍ​​ໃນ​ປີ​ປະຊາຊົນທຸກ​ຊັ້ນ​ວັນນະ.

ຂ່າວ/ບົດ​ອື່ນ