ທ່ານປະທານປະເທດເຈືອງເຕິນຊາງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ແທງຮ໋ວາ

ທ່ານປະທານປະເທດເຈືອງເຕິນຊາງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ແທງຮ໋ວາ - ảnh 1
(ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ
ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​​ແຂວງແທງ​ຮ໋ວາ)

(vovworld) - ວັນ​ທີ 8/12, ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕິ​ນຊາງ​ ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ແຂວງ​ແທງ​ຮ໋ວາ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ຮັບປະກັນ​​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ບໍລິ​ເວນ​ແຂວງ​ແທງ​ຮ໋ວາ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງຂອງ​ແຂວງ, ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ ຮັບ​ຮູ້​ບັນດາ​ໝາກຜົນ ​ເຊິ່ງ​ແຂວງ​ແທງ​ຮ໋ວາ ​ບັນລຸ​​ໄດ້​ໃນ​ຊຸມ​ປີຜ່ານມາ, ພິ​ເສດ​ແມ່ນ​​ໄດ້ມີ 45 ​ຕາ​ແສງ ​ແລະ 6 ບ້ານ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່, ຄາດໝາຍ​ຂອງ​ປີ 2015 ​ແມ່ນ 20% ຈຳນວນ​ຕາ​ແສງ​ບັນລຸ​​ໄດ້ມາດຖານຊົນນະບົດ​ໃໝ່. ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕິ​ນຊາງ ​ເນັ້ນ​ໜັກ​ວ່າ: ​ໃນ​ສະພາບ​ເສດຖະກິດພວມປະສົບກັບ​ຄວາມຫຍຸ້ງຍາກ, ຂົງ​ເຂດກະສິກຳ, ຊົນ​ນະ​ບົດ​ຕ້ອງ​ຮັກສາ​ຄວາມ​ດຸ​່ນດ່ຽງ, ສະຖຽນ​ລະ​ພາບ​ທາງ​ສັງຄົມ, ປະກອບສ່ວນ​ຮັບປະກັນ​​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ. ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕິ​ນຊາງ ​ຕັກ​ເຕືອນວ່າ: ປີ 2015 ຄວາມ​ກົດ​ດັນ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ​ແມ່ນ​ໃຫຍ່ທີ່​ສຸດ, ການ​ສ້າງ​ຕັ້ງ​ຕະຫຼາດ​ເສລີ​ພາກ​ພື້ນອາ​ຊຽນ ຈະ​ມີ​ການ​ກະທົບ​ຢ່າງ​ແຮງ​ເຖິງ​ຂົງ​ເຂດ​ກະສິກຳ, ສະ​ນັ້ນ, ຕ້ອງ​​ເອົາ​ໃຈ​ໃສ່​​ເປັນພິ​ເສດ​ເຖິງ​ການ​ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງຂອງ​ຜະລິດ​ຕະພັນ​ກະສິກຳ.

ຂ່າວ/ບົດ​ອື່ນ