ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບບັນດານັກຮົບເກົ່າກອງກຳປັ່ນບໍ່ມີ​ໝາຍເລກ

ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບບັນດານັກຮົບເກົ່າກອງກຳປັ່ນບໍ່ມີ​ໝາຍເລກ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫງວຽນ​ຊິງ​ຮຸ່ງຕ້ອນຮັບບັນດານັກຮົບ​ເກົ່າ​ກອງກຳ​ປັ່ນ​ບໍ່​ມີ​ເລກ

(vovworld)​ ​- ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 53 ປີ ​ແຫ່ງ​ວັນ​ເປີດ​ເສັ້ນທາງ​ໂຮ່ຈິ​ມິນ​ບົນ​ທະ​ເລ (23/10/1961-23/10/2014), ຕອນ​ເຊົ້າ​ວັນ​ທີ 17/10 ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ຫງວຽນ​ຊິງ​ຮຸ່ງ ​ໄດ້​ພົບ​ປະ​ກັບຄະນະ​ຜູ້​​ແທນສະມາຄົມ​​ນັກຮົບ​ເກົ່າ​ກອງ​ກຳ​ປັ່ນ​ບໍ່​ມີ​ໝາຍເລກ​ -​ ເສັ້ນທາງ​ໂຮ່ຈິ​ມິນ​ບົນ​ທະ​ເລ.

        ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ຫງວຽນ​ຊິງ​ຮຸ່ງ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ວິລະ​ກຳ, ຜົນງານ​​ເຊິ່ງບັນດາ​ນັກຮົບ​ເກົ່າ​ກອງກຳ​ປັ່ນ​ບໍ່​ມີໝາຍ​ເລກ​​ບັນລຸ​ໄດ້​ ໃນ​ພາລະກິດ​ຕໍ່ສູ້​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ກໍ່​ຄື​ການ​ປະກອບສ່ວນ​ຂອງ​ບັນດາ​ສະມາຊິກ​​ສະມາຄົມ​ໃນ​ການ​ສ້າງສາ, ພັດທະນາ​ເສດຖະກິດ​ - ສັງຄົມ​ໃນ​ປະຈຸ​ບັນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດຮັບ​ຮູ້​ບັນດາ​ຂໍ້​ສະ​ເໜີ​ຂອງ​ສະມາຄົມ​​ນັກຮົບ​ເກົ່າ​ເສັ້ນທາງ​ໂຮ່ຈິ​ມິນ​ບົນ​ທະ​ເລ ​ແລະ ຢືນຢັນ​ວ່າ: ພັກ, ລັດ, ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​​ເບິ່ງ​ແຍງ​ເຖິງ​ບັນດາ​ນັກຮົບ​ເກົ່າ, ​ໃນ​ນັ້ນ​ມີ​ບັນດາ​ນັກຮົບ​ເກົ່າ​ກອງກຳ​ປັ່ນ​ບໍ່​ມີໝາຍ​ເລກ​. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເຊື່ອ​ໝັ້ນ​ວ່າ: ບັນດາ​ນັກຮົບ​ເກົ່າ​ສືບ​ຕໍ່ມູນ​ເຊື້ອ​ອ້າຍ​ທະຫານ​ລຸງ​ໂຮ່​ ເປັນ​ແບບຢ່າງ​ໃຫ້​ລຸ່ນໜຸ່ມ ​ແລະ ລູກ​ຫຼານ​ປະຕິບັດ​ຕາມ.

 

 

ຂ່າວ/ບົດ​ອື່ນ