ທ່ານປະທານາທິບໍດີ D.Trump ເຊື່ອມຕໍ່ບັ້ນຫາສຽງເລືອກຕັ້ງຄືນໃໝ່ຢູ່ລັດຕ່າງໆ

(VOVWORLD) - ພາຍຫລັງປິ່ນປົວຢູ່ໂຮງໝໍເປັນເວລາ 3 ວັນ ແລະ ກັບຄືນທຳນຽບຂາວ, ວັນທີ 11 ຕຸລາ, ທ່ານປະທານາທິບໍດີ Donald Trump ກໍ່ປະກາດວ່າ ທ່ານໄດ້ຫາຍດີເປັນປົກກະຕິແລ້ວ.
ທ່ານປະທານາທິບໍດີ D.Trump ເຊື່ອມຕໍ່ບັ້ນຫາສຽງເລືອກຕັ້ງຄືນໃໝ່ຢູ່ລັດຕ່າງໆ - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump ພາບ: AP

  ທ່ານປະທານາທິບໍດີ ອາເມລິກາ Donald Trump ປະກາດເຊື່ອມຕໍ່ບັ້ນຂົນຂວາຍຫາສຽງເລືອກຕັ້ງຄືນໃໝ່ຢູ່ລັດ Floria ໃນວັນທີ 12 ຕຸລາ (ຕາມເວລາ ອາເມລິກາ), ເລີ່ມຕົ້ນການແຂ່ງຂັນໄລຍະ 3 ອາທິດສຸດທ້າຍກ່ອນທີ່ດຳເນີນການເລືອກຕັ້ງປະທານາທິບໍດີໃນວັນທີ 3 ພະຈິກ ຈະມາເຖິງ. ທ່ານປະທານາທິບໍດີ Trump ພ້ອມກັບທິມງານຫາສຽງເລືອກຕັ້ງຂອງຕົນ ຈະໄປລັດ Pennsylvania, Iowa ແລະ North Carolina ໃນຊຸມວັນຕໍ່ໄປ. ເຫດການຂົນຂວາຍຫາສຽງເລືອກຕັ້ງຈະດຳເນີນຢູ່ສະໜາມບິນແຫ່ງໜຶ່ງຢູ່ Sanford ຂອງລັດດັ່ງກ່າວ ຈະແມ່ນບັ້ນຂົນຂວາຍຫາສຽງເລືອກຕັ້ງທຳອິດຂອງທ່ານປະທານາທິບໍດີ Donald Trump ນັບແຕ່ເມື່ອບັ້ນຫາສຽງເລືອກຕັ້ງຖືກຢຸດສະງັກໃນວັນທີ 02 ຕຸລາ ເຊິ່ງເປັນຈຸດເວລາທ່ານ Donald Trump ປະກາດຕົນເອງມີຜົນກວດເປັນບວກກັບໂຄວິດ-19. ເຖິງຢ່າງໃດກໍ່ຕາມ, ພາຍຫລັງປິ່ນປົວຢູ່ໂຮງໝໍເປັນເວລາ 3 ວັນ ແລະ ກັບຄືນທຳນຽບຂາວ, ວັນທີ 11 ຕຸລາ, ທ່ານປະທານາທິບໍດີ Donald Trump ກໍ່ປະກາດວ່າ ທ່ານໄດ້ຫາຍດີເປັນປົກກະຕິແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ