ທ່ານ​ປະທານາທິບໍດີ Lukashenko ຖະ​ແຫຼງວ່າ ເບ​ລາຣຸດ ​ໄດ້​ຮັບ​ໄຊ​​ຊະນະ​​ຕໍ່ໂລກ​ລະບາດ​ໂຄ​ວິດ - 19

(VOVWORLD) - ກ່າວຄໍາເຫັນທີ່ພິທີມອບລາງວັນແຫ່ງລັດ ເຊິ່ງຈັດຂຶ້ນໃນວັນທີ 2 ກໍລະກົດ, ທ່ານປະທານາທິບໍດີ Lukashenko ຖະແຫຼງວ່າ ເບລາຣຸດ ໄດ້ຮັບໄຊຊະນະຕໍ່ໂລກລະບາດໂຄວິດ - 19.

        ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ຖະແຫຼງວ່າ ປັດຈຸບັນ, ຂະແໜງສາທາລະນະສຸກຂອງປະເທດນີ້ ພວມມີມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນ  ແລະ ສາມາດເອົາຊະນະຕໍ່ໂລກລະບາດໂຄວິດ - 19. ຕາມທ່ານປະທານາທິບໍດີ Lukashenko ແລ້ວ, ບັນລຸໄດ້ໝາກຜົນດັ່ງກ່າວ, ເບລາຣຸດ ໄດ້ສະແດງໃຫ້ເຫັນຄວາມໝັ້ນແກ່ນດ້ານການເມືອງ ແລະ ສະຕິປັນຍາຂອງປະຊາຊົນ.

        ໄລ່ຮອດວັນທີ 3 ກໍລະກົດ, ເບລາຣຸດ ໄດ້ຢັ້ງຢືນມີຫຼາຍກວ່າ 62.000 ກໍລະນີຕິດເຊື້ອ, ໃນນັ້ນມີກວ່າ 400 ກໍລະນີເສຍຊີວິດ. ໂດຍມີຄວາມແຕກຕ່າງກັບບັນດາປະເທດໃນໂລກ, ອໍານາດການປົກຄອງ ເບລາຣຸດ ບໍ່ຈັດວາງມາດຕະການແຍກຕົວ ແລະ ບໍ່ຍົກເລີກບັນດາເຫດການໃຫຍ່. ກະຊວງສາທາລະນະສຸກ ພຽງແຕ່ຍົກອອກບັນດາຂໍ້ສະເໜີແນະກ່ຽວກັບວິທີປ້ອງກັນ ແລະ ສະກັດກັ້ນ ເພື່ອບໍ່ໃຫ້ຕິດເຊື້ອເທົ່ານັ້ນ.

        ວັນເທື່ອງ - ນັກຂ່າວ VOV ປະຈໍາ ລັດເຊຍ.


 

ຕອບກັບ

ຂ່າວ/ບົດ​ອື່ນ