ທ່ານປະທານາທິບໍດີ ອາເມລິກາ ກ່າວເຕືອນ “ວິນາດສະກຳ” ຖ້າຫາກວ່າຊີຣີ ບຸກໂຈມຕີ Idlib

(VOVWORLD) - ແຂວງນີ້ ແລະ ບັນດາເຂດອ້ອມແອ້ມແມ່ນ “ກຳແພງ” ອັນໃຫຍ່ຫຼວງສຸດທ້າຍຢູ່ ຊີຣີ ທີ່ພວມຖືກບັນດາກຳລັງລຸກຮື້ຂຶ້ນຄວບຄຸມ

ວັນທີ 3 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ກ່າວເຕືອນທ່ານປະທານາທິບໍດີ ຊີຣີ Bashar al – Assad ແລະ ບັນດາພັນທະມິດ ອີຣານ ແລະ ລັດເຊຍວ່າ ບໍ່ຄວນ “ບຸກໂຈມຕີດ້ວຍຄວາມສ່ຽງໄພ” ຢູ່ແຂວງ Idlid, ທາງທິດເໜືອຂອງ ຊີຣີ, ພ້ອມທັງສະແດງຄວາມວິຕົກວັງວົນວ່າ ນີ້ອາດຈະແມ່ນ “ວິນາດສະກຳມະນຸດສະທຳ” ໃນຂະນະທີ່ນັບພັນໆຄົນອາດຈະຖືກເສຍຊີວິດ. ທ່ານ Trump ຍົກເອົາຄຳກ່າວເຕືອນດັ່ງກ່າວອອກໃນສະພາບການມີຂ່າວໃຫ້ຮູ້ວ່າ: ທ່ານ Assad ພວມກະກຽມໃຫ້ແກ່ການບຸກໂຈມຕີເທື່ອລະກ້າວເພື່ອປົດປ່ອຍ Idlib ອອກຈາກກຳມືຂອງບັນດາພາກສ່ວນກໍ່ການຮ້າຍ. ແຂວງນີ້ ແລະ ບັນດາເຂດອ້ອມແອ້ມແມ່ນ “ກຳແພງ” ອັນໃຫຍ່ຫຼວງສຸດທ້າຍຢູ່ ຊີຣີ ທີ່ພວມຖືກບັນດາກຳລັງລຸກຮື້ຂຶ້ນຄວບຄຸມ, ແຕ່ນີ້ກໍແມ່ນສະຖານທີ່ເຊິ່ງມີສາມັນຊົນປະມານ 3 ລ້ານຄົນພວມດຳລົງຊີວິດ. ສະຫະປະຊາຊາດ ແລະ ບັນດາອົງການອຸປະຖຳມະນຸດສະທຳກໍ່ໄດ້ກ່າວເຕືອນວ່າ ມີການບຸກໂຈມຕີຂະໜາດໃຫຍ່ຢູ່ Idlib ອາດຈະກໍ່ໃຫ້ເກີດວິນາດສະກຳມະນຸດສະທຳຂະໜາດໃຫຍ່ທີ່ບໍ່ເຄີຍມີມາກ່ອນໃນການປະທະກັນທີ່ແກ່ຍາວເປັນເວລາ 7 ປີຢູ່ ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ