ທ່ານ​ປະ​ທານ​າ​ທິ​ບໍ​ດີ ອາ​ເມ​ລິ​ກາ ຮຽກ​ຮ້ອງ​ຫ້າມ​ນຳ​ໃຊ້​ອາ​ວຸດ​ບຸກ​ໂຈມ​ຕີ ພາຍຫຼັງ​ເກີດເຫດ​ຍິງ​ປືນ​ຢູ່ Raleigh

(VOVWORLD) - ວັນທີ 14 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຮຽກຮ້ອງໃຫ້ສະພາແຫ່ງຊາດປະກາດຫ້າມການນຳໃຊ້ອາວຸດບຸກໂຈມຕີ ພາຍຫຼັງເກີດເຫດຍິງປືນຫຼາຍຄັ້ງຢູ່ນະຄອນ Raleigh ຂຶ້ນກັບລັດ North Carolina, ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ແລະ ຈຳນວນໜຶ່ງໄດ້ຮັບບາດເຈັບ.
ທ່ານ​ປະ​ທານ​າ​ທິ​ບໍ​ດີ ອາ​ເມ​ລິ​ກາ ຮຽກ​ຮ້ອງ​ຫ້າມ​ນຳ​ໃຊ້​ອາ​ວຸດ​ບຸກ​ໂຈມ​ຕີ ພາຍຫຼັງ​ເກີດເຫດ​ຍິງ​ປືນ​ຢູ່ Raleigh - ảnh 1ເຈົ້າໜ້າທີ່ ອາເມລິກາ ຢູ່ທີ່ບ່ອນເກີດເຫດຍິງປືນ (ພາບ: TTXVN)

ໃນຖະແຫຼງການສະບັບໜຶ່ງ, ທ່ານປະທານາທິບໍດີ Biden ໄດ້ໃຫ້ຂໍ້ສັງເກດວ່າ ເຫດຍິງປືນເກີດຂຶ້ນຢູ່ North Carolina ແມ່ນເຫດຍິງປືນຫາກໍເກີດຂຶ້ນໃໝ່ສຸດຂອງປີ 2022 ເຊິ່ງເປັນປີທີ່ເກີດມີການຍິງປືນຫຼາຍຄັ້ງຢ່າງລຽນຕິດ, ລວມທັງຢູ່ຮ້ານຄ້າໃນນະຄອນ Buffalo ແລະ ໂຮງຮຽນປະຖົມຢູ່ເທດສະບານເມືອງ Uvalde. ທ່ານປະທານາທິບໍດີ Biden ເນັ້ນໜັກວ່າ ຍ້ອນວ່າມີຫຼາຍຄົນເສຍຊີວິດ ແລະ ມີຫຼາຍຄົນທີ່ໄດ້ຮັບບາດເຈັບນັ້ນ ສາມາດຊ່ວຍກູ້ເອົາຊີວິດມາໄດ້, ສະນັ້ນ, ອຳນາດການປົກຄອງ ຈຶ່ງປະຕິບັດການກະທຳຄັ້ງປະຫວັດສາດ ເພື່ອສະກັດກັ້ນການໃຊ້ຄວາມຮຸນແຮງດ້ວຍການນຳໃຊ້ອາວຸດ, ລວມມີການເຊັນກົດໝາຍວ່າດ້ວຍຄວາມປອດໄພໃນການໃຊ້ປືນ ເຊິ່ງແມ່ນສະບັບສຳຄັນທີ່ສຸດໃນໄລຍະເວລາເກືອບ 30 ປີ. ເຖິິງຢ່າງໃດກໍຕາມ, ການນຳ ອາເມລິກາ ຖືວ່າ ຕ້ອງມີການກະທຳໃຫ້ຫຼາຍກວ່າອີກ, ໃນນັ້ນ ມີການຮັບຮອງເອົາຄຳສັ່ງຫ້າມບໍ່ໃຫ້ນໍາໃຊ້ອາວຸດບຸກໂຈມຕີ.


ຕອບກັບ

ຂ່າວ/ບົດ​ອື່ນ